ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໃນອະນາຄົດ ຕ້ອງແມ່ນໝາກຜົນຂອງມາດຕະການໂດຍສັນຕິພາບ, ແກ້ໄຂເຖິງກົກເຖິງປາຍຂອງການປະທະກັນ, ແທນທີ່ເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ບັນດາການເຈລະຈາ.
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Reuters)
ວັນທີ 29 ສິງຫາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໃນອະນາຄົດ ຕ້ອງແມ່ນໝາກຜົນຂອງມາດຕະການໂດຍສັນຕິພາບ, ແກ້ໄຂເຖິງກົກເຖິງປາຍຂອງການປະທະກັນ, ແທນທີ່ເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ບັນດາການເຈລະຈາ.
ກ່ອນໜ້ານັ້ນ, ວັນທີ 21 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ເນັ້ນໜັກວ່າ ລັດເຊຍ ປະຕິເສດວິທີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໂດຍຜ່ານການ “ແຊກແຊງດ້ານການທະຫານຂອງຕ່າງປະເທດ”; ພ້ອມດຽວກັນນັ້ນ ສະເໜີໃຫ້ກຸ່ມບັນດາປະເທດ, ໃນນັ້ນມີບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ, ລວມມີ ເຢຍລະມັນ, ຕວັກກີ ແລະ ບາງປະເທດອື່ນ, ພ້ອມກັນສວມບົດບາດຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ.
ບັນດາສຳພັນທະມິດຂອງ ຢູແກຼນ ຢູ່ ເອີຣົບ ພວມມານະພະຍາຍາມປຶກສາຫາລືເພື່ອຍົກອອກບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ເຊັ່ນ: ຜັນຂະຫຍາຍກຳລັງຕາເວັນຕົກໄປຍັງ ຢູແກຼນ, ສ້າງເຂດຊາຍແດນລະຫວ່າງສອງປະເທດພາຍຫຼັງການປະທະກັນສິ້ນສຸດ.
(ແຫຼ່ງຄັດຈາກ VOV)