ນັບແຕ່ໃດໆມາ. ໃນທ່າມກາງເຂດພູຜາປ່າໄມ້ ເຕິຍງວຽນ ທີ່ກວ້າງໃຫຍ່ໄພສານ ກໍ່ມີສຽງເຄື່ອງດົນຕີທີ່ລື້ງເຄີຍ ແລະ ນິ້ມນວນອ່ອນຊ້ອຍ ແຕ່ຝັງເລິກໃນຈິດໃຈຂອງຫຼາຍຄົນ ນັ້ນແມ່ນສຽງຂຸ່ຍ ດິງຕູດ ເຊິ່ງແມ່ນເຄື່ອງດົນຕີທີ່ເປັນເອກະລັກຂອງຊາວເຜົ່າ ເອເດ. ສຽງຂຸ່ຍ ດິງຕູດ ບໍ່ພຽງແຕ່ແມ່ນສຽງດົນຕີເທົ່ານັ້ນ ຫາກຍັງແມ່ນສຽງສະແດງໃຫ້ເຫັນຈິດໃຈຂອງມະນຸດ ສະແດງໃຫ້ເຫັນຄວາມເປັນເອກະລັກທາງດ້ານວັດທະນະທຳພວມໄດ້ຮັບການຮັກສາ ແລະ ຟື້ນຟູ.
ແມ່ຍິງເຜົ່າເອເດເປົາຂຸ່ຍດິງຕູດ
ຂຸ່ຍດິງຕູດ ຖືກຜະລິດຈາກບັນດາບັ້ງໄມ້ເຮ້ຍ ຜູ້ຜະລິດຕ້ອງເລືອກເອົາໄມ້ເຮ້ຍທີ່ແທດເໝາະຮັບປະກັນດ້ານເຕັກນິກການຜະລິດ ເພື່ອໃຫ້ການສຽງກັງວານ,ດິງຕູດ ຊຸດໜຶ່ງປະກອບດ້ວຍ 5 ຫຼື 6 ບັ້ງໄມ້ເຮ້ຍມີຄວາມຍາວ ຫຼື ສັ້ນ ແລະຂະໜາດແຕກຕ່າງກັນ ແຕ່ລະບັ້ງໄມ້ເຮ້ຍກໍ່ສົມກັບແຕ່ລະສຽງຂອງຊຸດຄ້ອງ ການາ ເຊິ່ງແມ່ນຄ້ອງປະເພດທີ່ປະເສີດ ແລະ ເປັນສິ່ງທີ່ສັກສິດໃນຊີວິດຂອງຊາວເຜົ່າ ເອເດ. ນັກສິລະປະການ ອີດູເອບານ ຢູ່ບ້ານ ຊູດເມີດຶງ ຕາແສງ ກວ໋າງຝູ ແຂວງ ດັກລັກ ໃຫ້ຮູ້ວ່າ ດິງຕູດ ແມ່ນສ່ວນໜຶ່ງທາງດ້ານວັດທະນະທຳຂອງຊາວເຜົ່າ ເອເດ ນັບແຕ່ໃດໆມາ ນັກສິລະປະການ ອີດູເອບານ ເວົ້າວ່າ:
“ເມື່ອກ່ອນນີ້,ຂຸ່ຍ ດິງຕູດ ປາກົດຕົວໃນຊີວິດວັດທະນະທຳຂອງຊາວເຜົ່າ ເອເດ. ນີ້ແມ່ນເຄື່ອງດົນຕີຖືກຜະລິດຈາກໄມ້ເຮ້ຍ. ຂຸ່ຍ ດິງຕູດ ເຄີຍຖືກນຳໃຊ້ໃນບັນດາພິທີງານສົບ ຫຼື ໃນວັນບຸນຕ່າງໆ. ພິເສດຢູ່ເນື້ອທີ່ໄຮ່ນາ, ສຽງ ດິງຕູດ ກໍ່ຖືກກັງວານໄປທົ່ວເຂດໃນເວລາພັກຜ່ອນ ເພື່ອຊ່ວຍຜູ້ອອກແຮງງານບັນເທົາຄວາມອິດເມື່ອຍ”.
ສິ່ງທີ່ພິເສດແມ່ນ ເມື່ອກ່ອນນີ້ພຽງແຕ່ແມ່ຍິງມີສິດນຳໃຊ້ ດິງຕູດ ເທົ່ານັ້ນ ຂະນະທີ່ແມ່ຍິງເຜົ່າ ເອເດ ພັກຜ່ອນຢູ່ຕາມເນື້ອທີ່ໄຮ່ນາ ເຂົາເຈົ້າອາດຈະເປົ່າຂຸ່ຍ ດິງຕູດ ປຽບເໝືອນຝາກລົມຫາຍໃຈຕາມຄວາມຫວັງຂອງຕົນ ເມື່ອມ່ວນຊື່ນ ເມື່ອໂສກເສົ້າທັງໝົດກໍ່ຖືກຝາກຝັງໃນສຽງຂຸ່ຍ ດິງຕູດ ໄປຕາມສາຍລົມໃນພູຜາປ່າໄມ້ໃນງານສົບປະເພນີຮູບພາບຊາວແມ່ຍິງເຜົ່າ ເອເດ ນັ່ງອ້ອມສົບຂອງຜູ້ທີ່ີ່ໄດ້ລ່ວງລັບໄປນັ້ນ ມືຈັບຂຸ່ຍ ດິງຕູດ ແລະ ເປົ່າໃຫ້ເກີດສຽງປຽບເໝືອນສຽງນ້ຳຫ້ວຍໄຫຼ ເພື່ອບັນເທົ່າຄວາມໂສກເສົ້າອຳລາ ຜູ້ທີ່ໄດ້ລ່ວງລັບ ພ້ອມທັງເປັນການປອມໃຈຍາດຕິພີ່ນ້ອງຂອງຜູ້ທີ່ໄດ້ລ່ວງລັບໄປ. ນັກສິລະປະການອີດັກນີເອ ຢູ່ບ້ານ ຊູດເມີດຶງ ຕາແສງ ກວ໋າງຝູ ແຂວງ ດັກລັກໃຫ້ຮູ້ວ່າ:
“ເຄື່ອງດົນຕີນີ້ ພຽງແຕ່ສະຫງວນສະເພາະໃຫ້ແກ່ແມ່ຍິງ. ບໍ່ພຽງແຕ່ນຳໃຊ້ໃນງານສົບເທົ່ານັ້ນ. ຂຸ່ຍ ດິງຕູດ ຍັງກັງວານຂຶ້ນໃນພິທີແຫ່ ເກີປານ ເຊິ່ງແມ່ນພິທີກຳທີ່ສັກສິດຂອງຊາວເຜົ່າ ເອເດ. ແຕ່ປາງກ່ອນເພດຊາຍບໍ່ໄດ້ຮັບອະນຸຍາດນຳໃຊ້ເຄື່ອງດົນຕີປະເພດນີ້ຢ່າງເດັດຂາດ. ເຖິງວ່າໃນໂອກາດມ່ວນຊື່ນ ຫຼື ໂສກເສົ້າ ແລະ ຢູ່ບໍ່ວ່າບໍລິເວນໃດໆ ກໍ່ພຽງແຕ່ແມ່ຍິ່ງເທົ່ານັ້ນຈຶ່ງມີສິດນຳໃຊ້ຂຸ່ຍ ດິງຕູດ ”.
ໃນທຸກວັນນີ້ຄວາມສຳນຶກໄດ້ເປີດກວ້າງຫຼາຍກວ່າ ເພດຊາຍກໍ່ສາມາດເປົ່າຂຸ່ຍ ດິງຕູດ ໄດ້ ແຕ່ສຳລັບຊາວເຜົ່າ ເອເດ ແລ້ວ ຮູບພາບແມ່ຍິງດ້ວຍບັ້ງໄມ້ເຮ້ຍໃນມື ຖືກເປົ່າໃຫ້ເກີດສຽງກັງວານໃນທົ່ວເຂດກໍ່ຍັງຄົງແມ່ນຮູບພາບທີ່ເລິກເຊິ່ງທີ່ສຸດກຽວກັບການເຊື່ອມຕໍ່ຫວ່າງດົນຕີ ແລະ ຈິດວິນຍານ. ນັກສິລະປະການ ອີເດີຊຶງເອບານ ຢູ່ບ້ານ ຊູດເມີດຶງ ໃຫ້ຮູ້ຕື່ມອີກວ່າ:
“ຂ້າພະເຈົ້າມັກຟັງສຽງຂຸ່ຍ ດິງຕູດ ເພາະວ່າສຽງນີ້ມ່ວນທີ່ສຸດ ແລະ ດຶງດູດໃຈ. ຜູ້ໃດເປົ່າມ່ວນກໍ່ຍິ່ງເຮັດໃຫ້ສຽງຂຸ່ຍຄັກແທ້ຄັກວ່າ”.
ໃນທ່າມກາງສຽງເຄື່ອງດົນຕີຫຼາຍປະເພດຢູ່ເຂດພູຜາປ່າໄມ້ ເຕິຍງວຽນ ນັ້ນ, ສຽງຂຸ່ຍ ດິງຕູດ ກໍ່ບໍ່ກັງວານຄືສຽງຄ້ອງ, ບໍ່ສົມເພດເວດທະນາຄື ດິງບ໊ວດ ຫຼື ຄຶກຄື້ນຄື ດິງນຳ ແຕ່ມັນຝັງເລິກໃນຈິດໃຈຂອງມະນຸດ ປຽບເໝືອນຄວາມໃນໃຈຂອງແມ່ຍິງເຜົ່າ ເອເດ. ດິງຕູດ ບໍ່ພຽງແຕ່ແມ່ນເຄື່ອງດົນຕີປະເພດໜຶ່ງເທົ່ານັ້ນ ຫາກຍັງແມ່ນພາສາໜຶ່ງ ແມ່ນສຽງຕໍ່ຍາວຂອງປະເພນີໃນຍຸກສະໄໝປັດຈຸບັນ.
(ແຫຼ່ງຄັດຈາກ VOV)