• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ຊັ່ງ​ຊາ​​ກໍ​ລະ​ນີ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

ວັນທີ 26 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຊັ່ງຊາກໍລະນີເຈລະຈາກັບ ອາເມລິກາ, ແຕ່ບໍ່ແມ່ນການປຶກສາຫາລືຮອບດ້ານກ່ຽວກັບທຸກບັນຫາ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ  Anatoly Antonov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ທ່ານໄດ້ຕົກລົງເຫັນດີກັບບັນດາເຈົ້າໜ້າທີ່ ອາເມລິກາ ຕໍ່ການສ້າງຕັ້ງການພົບປະກ່ຽວກັບບັນຫາສອງຝ່າຍໃນອາທິດໜ້າ.

ຕາມທ່ານ Peskov ແລ້ວ, ທັດສະນະຂອງວັງ Kremlin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພິຈາລະຈາທຸກບັນຫາທີ່ສົ່ງຜົນກະທົບເຖິງການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ, ຫຼາຍກວ່າເລື່ອງເຈລະຈາແຕ່ລະຫົວເລື່ອງສະເພາະ. ທ່ານຢັ້ງຢືນວ່າ: “ບໍ່ສາມາດຍົກອອກບາງບັນຫາໃນສະພາບການລວມຂອງການພົວພັນສອງຝ່າຍ”.

ປັດຈຸບັນ, ອາເມລິກາ ພ້ອມກັບບັນດາປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຫຼາຍມາດຕະການລົງໂທດ ແນໃສ່ສ່ວນບຸກຄົນ ແລະ ອົງການຈັດຕັ້ງໃນຫຼາຍຂົງເຂດຂອງ ລັດເຊຍ ພາຍຫຼັງທີ່ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ນັບແຕ່ໃນເດືອນກຸມພາ 2022.

(ແຫຼ່ງຄັດຈາກ VOV)

ສູນ​ກາງ​ພັກ​ເຫັນ​ດ​ີ ອະ​ນຸ​ຍາດ​ໃຫ້​ທ່ານ ເວືອງ​ດິ່ງ​ເຫວະ ຂໍລາ​ອອກ​ຈາກ​ຕຳ​ແໜ່ງ

ສູນ​ກາງ​ພັກ​ເຫັນ​ດ​ີ ອະ​ນຸ​ຍາດ​ໃຫ້​ທ່ານ ເວືອງ​ດິ່ງ​ເຫວະ ຂໍລາ​ອອກ​ຈາກ​ຕຳ​ແໜ່ງ

ວັນທີ 26 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄຳເຫັນກ່ຽວກັບວຽກງານການຈັດຕັ້ງພະນັກງານ.

Top