ທ່ານ ຫງວຽນວັນທັງ ໄດ້ຍ້ອງຍໍນ້ຳໃຈຄວາມຮັບຜິດຊອບຂອງພະນັກງານ, ກຳມະກອນ; ພ້ອມກັນນັ້ນ ກໍ່ລະດົມກຳລັງໃຈໝູ່ພະນັກງານ, ກຳມະກອນທີ່ພວມປະຕິບັດການກໍ່ສ້າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະ ອາດຈະກາຍຄວາມຄືບໜ້າທີ່ໄດ້ກຳນົດ.
ທ່ານ ຫງວຽນວັນທັງ, ປະທານສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈກຳມະກອນທີ່ພວມປະຕິບັດການກໍ່ສ້າງຢູ່ຂົວ ເວິນຝູກ (ພາບ: TTXVN)
ວັນທີ 14 ກຸມພາ (ກົງກັບວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານ ຫງວຽນວັນທັງ, ປະທານສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນກຳມະກອນທີ່ພວມປະຕິບັດການກໍ່ສ້າງຢູ່ຂົວ ເວິນຝູກ ແລະ ຂົວ ເທື້ອງກາດ.
ນີ້ແມ່ນ 2 ໂຄງການຄົມມະນາຄົມຈຸດສຸມຂອງນະຄອນຫຼວງ, ປະຈຸບັນມີກຳມະກອນ, ນັກເຕັກນິກເກືອບ 500 ຄົນພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ໂດຍຈະໄດ້ຮັບການຜັນຂະຫຍາຍນັບທັງໃນມື້ບຸນເຕັດ (ບຸນປີໃໝ່ປະຈຳຊາດ ຫວຽດນາມ) ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ. ຢູ່ທີ່ນີ້, ທ່ານ ຫງວຽນວັນທັງ ໄດ້ຍ້ອງຍໍນ້ຳໃຈຄວາມຮັບຜິດຊອບຂອງພະນັກງານ, ກຳມະກອນ; ພ້ອມກັນນັ້ນ ກໍ່ລະດົມກຳລັງໃຈໝູ່ພະນັກງານ, ກຳມະກອນທີ່ພວມປະຕິບັດການກໍ່ສ້າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະ ອາດຈະກາຍຄວາມຄືບໜ້າທີ່ໄດ້ກຳນົດ.
ແລະກໍ່ໃນວັນດຽວກັນ, ສະຫະພັນແຮງງານນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດລາຍການ “ບຸນເຕັດບໍ່ໄກຄອບຄົວ” ຢູ່ເຂດເຮືອນຢູ່ສັງຄົມ ທຽນລົກ. ສ່ວນຢູ່ເຂດອຸດສາຫະກຳ ທັງລອງ, ສະຫະພັນນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດລາຍການ ລົດໂອໂຕສົ່ງສະມາຊິກຊາວໜຸ່ມ, ກຳມະກອນຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດໂດຍບໍ່ເກັບຄ່າ.
ໃນຂະນະນັ້ນ, ວັນທີ 14 ກຸມພາ, ບັນດາຖ້ຽວລົດສຸດທ້າຍໃນລາຍການ “ຖ້ຽວລົດກຳມະບານ - ລະດູບານໃໝ່ 2026” ໄດ້ເລີ່ມເດີນທາງ, ອັດການເຄື່ອນໄຫວສົ່ງສະມາຊິກຊາວໜຸ່ມ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ 2.800 ຄົນຈາກ ດົ່ງນາຍ ກັບເມືອບ້ານ. ສ່ວນຫຼາຍນີ້ແມ່ນບັນດາຜູ້ປະສົບກັບຄວາມຫຍຸ້ງຍາກພິເສດ, ບໍ່ມີເງື່ອນໄຂໄດ້ຮັບເມືອບ້ານເປັນເວລາຫຼາຍປີ.
(ແຫຼ່ງຄັດຈາກ VOV)