• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ລະດູ ບັງລັງ ຢູ່ ຮ່າໂນ້ຍ

ຖ້າລົງຖະໜົນໃນຕອນເຊົ້າຂອງເດືອນພຶດສະພາຢູ່ ຮ່າໂນ້ຍ, ພວກເຮົາຈະພົບເຫັນນະຄອນແຫ່ງໜຶ່ງເຕັມໄປດ້ວຍສີອິດຂອງດອກບັງລັງ (Lagerstroemia speciosa).
ແຕ່ຖະໜົນສາຍຕ່າງໆ ເຖິງທາງຮ່ອມຫຼາຍເສັ້ນ, ສີອິດທີ່ເບົາບາງຂອງດອກ ບັງລັງ ເຮັດໃຫ້ປະຊາຊົນຫຼາຍຄົນຮູ້ສຶກຫວນອາໄລ ແລະ ສະເທືອນໃຈ. ພິເສດ, ເທິງຖະໜົນສາຍຕ່າງໆ ຄື: ກີມມ໋າ, ຫວ່າງກວັກວຽດ, ຫງວຽນຖ໋າຍຮອກ…. ເຕັມໄປດ້ວຍສີອິດທີ່ລຽບງ່າຍຂອງດອກ ບັງລັງ ຊຶ່ງປະດັບປະດາເຮັດໃຫ້ນະຄອນຫຼວງ ສວຍສົດງົດງາມ ແລະ ສະຫງົບກວ່າ.
ພ້ອມກັບດອກຝາງ, ສີອິດຂອງດອກ ບັງລັງ ມີຄວາມສະໜິດຕິດພັນກັບລຸ້ນນັກຮຽນຢ່າງຕະຫຼອດໄປ. ເວລາຈະມາເຖິງນີ້ ແມ່ນພັກແລ້ງ, ບັນດານັກຮຽນຈະໄດ້ພັກຮຽນຊົ່ວຄາວ, ຈະບໍ່ໄດ້ມາໂຮງຮຽນ, ຈະບໍ່ໄດ້ພົບກັບຄູອາຈານ ແລະ ໝູ່ເພື່ອນ, ສີຂອງດອກ ບັງລັງ ຄືສົ່ງສັນຍານບອກໃຫ້ຮູ້ວ່າ ເວລາຈາກກັນໃກ້ຈະມາເຖິງແລ້ວ.
ປະຕິບັດ: ເຈີ່ນແທງຢາງ


Top