• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢາ​ລາຍ ອະ​ນຸ​ລັກ​ຮັກ​ສາ ພັດ​ທະ​ນາ​ອາ​ຊີບ​ຫັດຖະກຳຕ່ຳ​ຫູກ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ

ອາຊີບຫັດຖະກຳຕ່ຳຫູກແມ່ນອາຊີບທີ່ເປັນມູນເຊື້ອມາແຕ່ດົນນານ, ໄດ້ຕິດພັນກັບຊີວິດດ້ານວັດທະນະທຳຂອງຊາວເຜົ່າ ຢາຣາຍ ແລະ ບານາ ຢູ່ແຂວງ ຢາລາຍ. ເພື່ອອະນຸລັກຮັກສາ ແລະ ແຜ່ຂະຫຍາຍຄຸນຄ່າພິເສດສະເພາະຂອງແຜ່ນແພພື້ນເມືອງ, ສ້າງບັນດາໂອກາດໃໝ່ໃນການພັດທະນາເສດຖະກິດ ຕິດພັນກັບການທ່ອງທ່ຽວ, ແຂວງ ຢາລາຍ ໄດ້ ແລະ ພວມສ້າງບັນດາໂຄງການ, ວິທີເຮັດທີ່ມີຫົວຄິດປະດິດສ້າງ.
ແຂກທ່ອງທ່ຽວລອງຕ່ຳຫູກຢູ່ສະໂມສອນບ້ານ ແກັບ 2

ໃນຊຸມວັນທີ່ບໍ່ໄດ້ເຮັດວຽກງານກະສິກຳ, ເອື້ອຍນ້ອງແມ່ຍິງຊາວເຜົ່າ ບານາ ເກືອບ 30 ຄົນ ໃນໜ່ວຍຕ່ຳຫູກບ້ານ 5, ຕາແສງເປີຕໍ, ເມືອງ ເອຍປາ, ແຂວງຢາລາຍ ໄດ້ພ້ອມກັນຕ່ຳຫູກຢູ່ເຮືອນຮ້ານຂອງຕົນ. ຜູ້ອາຍຸສູງກ່ວາໝູ່ແມ່ນອາຍຸ 50 ປາຍປີ, ແລ້ວກໍ່ມີບັນດາຍິງສາວທີ່ມີອາຍຸພຽງ 15-16 ປີເທົ່ານັ້ນ… ເຂົາເຈົ້າໄດ້ພ້ອມກັນຕ່ຳຫູກດ້ວຍບັນດາລວດລາຍພື້ນເມືອງ ຫຼື ໄດ້ຕ່ຳລວດລາຍໃໝ່ໃສ່ປ່ຽງເສື້ອ. ເອື້ອຍ ດິງຍື, ຢູ່ບ້ານ 5, ຕາແສງເປີຕໍ, ໃຫ້ຮູ້ວ່າ:

ເມື່ອກ່ອນ, ບັນດາແມ່ຍ່າ, ແມ່ເຖົ້າ, ແມ່…ໄດ້ສອນໃຫ້ປ້າ, ໃຫ້ອາ. ສ່ວນບັນດາເອື້ອຍນ້ອງໃນຍຸກສະໄໝໃໝ່ ແມ່ນໄດ້ຮ່ຳຮຽນຕື່ມອີກ. ໃນພາຍພາກໜ້າ ພວກເຮົາກໍ່ຈະສອນໃຫ້ລຸ້ນໜຸ່ມ, ພວກຫຼານອາຍຸ 16-18 ປີຈະຮ່ຳຮຽນນຳອີກ.

ຢູ່ຕາແສງ ເອຍເມີນົງ, ເມືອງຈືປາ, ແຂວງຢາລາຍ, ບັນດາເອື້ອຍນ້ອງຊາວເຜົ່າ ຢາຣາຍ ໃນສະໂມສອນຕ່ຳຫູກບ້ານແກັບ 2 ໄດ້ເລືອກເອົາເຮືອນຮ້ານຢູ່ໃຈກາງບ້ານ ເປັນບ່ອນຕ່ຳຫູກ ແລະ ວາງສະແດງບັນດາຜະລິດຕະພັນແຜ່ນແພພື້ນເມືອງ. ນີ້ແມ່ນສະຖານທີ່ໜຶ່ງ ໃນລາຍການທ່ອງທ່ຽວເຂດຊຸມຊົນບ້ານແກັບ 2. ມາແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ເຫັນປະຈັກຕາ ບັນດາແມ່ຍິງ ຢາຣາຍ ຕ່ຳຫູກ, ໄດ້ຮັບຊົມລວດລາຍງາມຕາໃນແຜ່ນແພພື້ນເມືອງ ແລະ ໄດ້ລອງຕ່ຳຫູກ ກໍ່ຄືເລືອກເອົາເຄື່ອງຂອງທີ່ລະນຶກຕ່າງໆໃຫ້ແກ່ຕົນເອງ. ເອື້ອຍ H’ Uyên Niê ປະທານສະໂມສອນຕ່ຳຫູກໃຫ້ຮູ້ວ່າ: ປະຈຸບັນ, ມີວິສາຫະກິດໄດ້ເຊັນສັນຍາຮ່ວມມືກັບສະໂມສອນ, ຊື່ງໄດ້ເປີດໂອກາດໃໝ່ໃຫ້ແກ່ການອະນຸລັກຮັກສາ, ພັດທະນາອາຊີບຕ່ຳຫູກພື້ນເມືອງ. ຍ້ອນເຫດນັ້ນ, ບັນດາຜະລິດຕະພັນມີບ່ອນຈຳໜ່າຍ ແລະ ເອື້ອຍນ້ອງກໍ່ມີລາຍຮັບປະມານ 200 USD /ເດືອນ:

ສະມາຄົມແມ່ຍິງພວກຂ້າພະເຈົ້າ ໄດ້ປ່ຽນແປງວິທີເຮັດ, ພັດທະນາບັນດາຜະລິດຕະພັນພື້ນເມືອງ ເປັນຂອງຕ້ອນ, ເຄື່ອງທີ່ລະນຶກ. ຕົວຢ່າງຄືແພພື້ນເມືອງຄືຜືນນີ້ ກໍ່ສາມາດເຮັດເປັນກະເປົາ, ເສື້ອ, ຕຸ້ມຫູ….ຈາກນັ້ນຈຶ່ງຈະຕອບສະໜອງຄວາມຕ້ອງການຂອງແຂກ ເມື່ອເຂົ້າມາຢ້ຽມຢາມໝູ່ບ້ານ. ນາຍຊ່າງມີລາຍຮັບແລ້ວຈຶ່ງຈະມີກຳລັງໜູນ, ມີຄວາມເມົາມົວເຮັດອາຊີບນີ້ ກໍ່ຄືຮັກສາສິສັນວັດທະນະທຳ.

   ຢູ່ຕາແສງກລາ, ເມືອງດາກດວາ, ດ້ວຍການສ້າງຕັ້ງ ແລະ ຮັກສາການເຄື່ອນໄຫວຂອງໜ່ວຍສະຫະກອນຕ່ຳຫູກນັ້ນ, ໃນເວລາເກືອບ 10 ປີຜ່ານມາ, ແຮງງານກ່ວາ 100 ຄົນ ໄດ້ຜະລິດຫຼາຍຜະລິດຕະພັນພິເສດສະເພາະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍ ໄຕງວຽນ. ເພື່ອຮັກສາອາຊີບຕ່ຳຫູກທີ່ເປັນມູນເຊື້ອນີ້ໄວ້, ຕາແສງກລາ ໄດ້ສ້າງໂຄງການ ກໍ່ຄືລະດົມກຳລັງໃຈ, ໜູນຊ່ວຍດ້ານວັດຖຸ ເພື່ອໜ່ວຍສະຫະກອນຕ່ຳຫູກ ໄດ້ເຄື່ອນໄຫວ ແລະ ພັດທະນາ. ບັນດາຮາກຖານຕ່ຳຫູກຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າ ບານາ ກໍ່ແມ່ນຈຸດນັດພົບ ໃນບັນດາລາຍການທ່ອງທ່ຽວ.

ປະຈຸບັນ, ໃນທົ່ວແຂວງ ຢາລາຍ ມີກ່ວາ 100 ສະໂມສອນຕ່ຳຫູກ ດ້ວຍການເຂົ້າຮ່ວມຂອງແມ່ຍິງກ່ວາ 1.600 ຄົນ. ຕົວເລກດັ່ງກ່າວພວມສືບຕໍ່ເພີ່ມຂຶ້ນ ຂະນະທີ່ອາຊີບຕ່ຳຫູກ ໄດ້ຮັບຄວາມເອົາໃຈໃສ່ໃນການໂຄສະນາຈາກແຂວງ ຄືດັ່ງຜະລິດຕະພັນວັດທະນະທຳທີ່ຈຳເປັນ ເພື່ອພັດທະນາການທ່ອງທ່ຽວ. ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການ ປຊຊ ແຂວງ ຢາລາຍ ໃຫ້ຮູ້ວ່າ: ເປົ້າໝາຍຂອງແຂວງ ແມ່ນອະນຸລັກຮັກສາ, ໂຄສະນາ ແລະ ນຳຜະລິດຕະພັນແຜ່ນແພພື້ນເມືອງ ກາຍເປັນສິນຄ້າໃນຂະແໜງທ່ອງທ່ຽວຂອງທ້ອງຖິ່ນ:

ຜ່ານນີ້, ພວກຂ້າພະເຈົ້າກໍ່ຢາກເຊີດຊູບັນດານາຍຊ່າງ, ນັກຄົ້ນຄ້ວາທີ່ໄດ້ສ້າງໃຫ້ມີບັນດາຜະລິດຕະພັນທີ່ມີລັກສະນະສິລະປະ. ພວກຂ້າພະເຈົ້າກໍ່ປາດຖະໜາວ່າ ບໍ່ພຽງແຕ່ຢຸດຢູ່ການໂຄສະນາ, ແນະນຳເທົ່ານັ້ນ, ຫາກຍັງຕ້ອງເຮັດເປັນຜະລິດຕະພັນເສດຖະກິດ, ໂຄສະນາໃຫ້ແກ່ແຂກທ່ອງທ່ຽວອີກດ້ວຍ, ສົມທົບເປັນຜະລິດຕະພັນການຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງຂອງແຂວງ ຢາລາຍ.

ແຂວງ ຢາລາຍ ໄດ້ນຳການຕ່ຳຫູກ ເປັນເນື້ອໃນສຳຄັນໃນໂຄງການ “ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວ” ຊື່ງຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2030. ປະຈຸບັນ, ບັນດາຜະລິດຕະພັນແຜ່ນແພພື້ນເມືອງ ໄດ້ນຳມາວາງສະແດງ, ແນະນຳຢູ່ບັນດາລາຍການສະແດງລັ່ນຄ້ອງ, ຕີກອງຍາມທ້າຍອາທິດ ຊື່ງໄດ້ຈັດຂຶ້ນເປັນປະຈຳຢູ່ສະໜາມຫຼວງ ດ້າຍດ່ວນເກັດ ຢູ່ໃຈກາງນະຄອນ ເປີໄລກູ, ແຂວງ ຢາລາຍ./.

(ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top