• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຫຼາຍຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ກັບ ແຂວງ ຊາ​ນ​ຕຸງ (ຈີນ)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນ ຫວຽດນາມ - ຈີນ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Lin Wu ເລຂາຄະນະພັກແຂວງ ຊານຕຸງ, ຈີນ (ພາບ: VOV)

ຕອນຄ່ຳວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Lin Wu ເລຂາຄະນະພັກແຂວງ, ປະທານຄະນະກຳມະການ ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ແຂວງ ຊານຕຸງ, ຈີນ, ພວມຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນ ຫວຽດນາມ - ຈີນ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ແຂວງ ຊານຕຸງ ພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ເພີ່ມທະວີການແລກປ່ຽນບົດຮຽນປະສົບການພັດທະນາ, ຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃນບັນດາຂົງເຂດ ທີ່ອາດຈະເປັນທ່າແຮງຂອງແຂວງ ຊານຕຸງ, ໃຫ້ບຸລິມະສິດເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງ ຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດທີ່ມີຄຸນນະພາບສູງ.

ໂດຍເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ Lin Wu ເລຂາອົງຄະນະພັກແຂວງ ຊານຕຸງ ຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຊານຕຸງ ແລະ ບັນດາທ້ອງຖິ່ນ ຂອງ ຫວຽດນາມ ຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ຊານຕຸງ ປາດຖະໜາຢາກພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ຍົກສູງຄຸນນະພາບການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ການຜະລິດ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ການພັດທະນາສີຂຽວ, ເສດຖະກິດດີຈີຕອນ.

(ແຫຼ່ງຄັດຈາກ VOV)

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”.

Top