ຢູ່ ອຽນບາຍ, ສະຖານທີ່ມີເນື້ອທີ່ປູກນາຂັ້ນໄດເກືອບ 2.200 ເຮັກຕາ, ໃນນັ້ນ ສຸມໃສ່ຢູ່ຕາແສນງ ລາປານເຕິນ, ເຈກູຍາ, ເຢຊູຝິ່ງ ແລະ ກາວຟ້າ ຂອງເມືອງ ໝູ່ກັງຈາຍ ໄດ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມອບນາມມະຍົດທີ່ເປັນແຫຼ່ງທ່ອງທ່ຽວລະດັບຊາດປີ 2007 ເພາະຄວາມງາມແບບມະຫັດສະຈັນຂອງມັນເອງ.
ໃນລະດູເປັ່ງນຳ້ເຂົ້າທົ່ງນາ, ທົ່ງນາຂັ້ນໄດຢູ່ຮ່ອມພູ ກາວຟ້າ ເຕັມໄປດ້ວຍສີເຫຼືອງເຫຼື້ອມຂອງແສງແດດ. ນີ້ກໍ່ເປັນເວລາ ທີ່ບັນດາທົ່ງນາຂັ້ນໄດຢູ່ ໝູ່ກັງຈາຍ ມີຄວາມສວຍງາມແບບ ຕ່າງປະຫຼາດ. ພາບ: ຫງວຽນຖັ໋ງ
ໄລຍະດັ່ງກ່າວ, ຢູ່ ໝູ່ກັງຈາຍ ມັກມີຝົນຕົກໃນຕອນກາງຄືນ, ນຳ້ຝົນຕາມຫ້ວຍນ້ອຍຫຼາຍແຫ່ງໄຫຼລົງສູ່ຖົ່ງນາຂັ້ນໄດ
ແລ້ວປະສານສົມທົບກັບເມກຫຼາຍກຸ່ມໃນຕອນເຊົ້າ ສ້າງເປັນພູມພາບທີ່ສວຍງາມເທິງທົ່ງນາຂັ້ນໄດຢູ່ຕີນຮ່ອມພູ ເຂົາຟ້າ. ພາບ: ຫງວຽນຖັ໋ງ
ເມກເລັດລອດເຂົ້າທົ່ງນາຂັ້ນໄດທີ່ເຕັມດ້ວຍນຳ້ຢູ່ຕາແສງ ກາວຟ້າ. ພາບ: ຫງວຽນຖັ໋ງ
ຊາວເຜົ່າ ໄທ ຢູ່ຕາແສງ ກາວຟ້າ ໄດ້ນຳໃຊ້ເຕັກນິກການປູກເຂົ້າ ໄລຍະສັ້ນເພື່ອຍົກສູງຜົນງານການຜະລິດເຂົ້າຢູ່ທົ່ງນາຂັ້ນໄດຕຳ່, ໃກ້ກັບຫ້ວຍ. ພາບ: ຫງວຽນຖັ໋ງ
... ແລະ ນຳໃຊ້ແຫຼ່ງນຳ້ໄຫຼມາຈາກຫ້ວຍເພື່ອຕົກກະຮັບໃຊ້ ການດຳນາ. ພາບ: ຫງວຽນຖັ໋ງ
ໃນຊຸມປີມໍ່ໆ ມານີ້, ຊາວບ້ານໄດ້ນຳໃຊ້ເຄື່ອງຈັກເຂົ້າໃນການໄຖນາ, ເຮັດນາເພື່ອຫຼົດຜ່ອນກຳລັງອອກແຮງງານ.
ພາບ: ຫງວຽນຖັ໋ງ
ຫຼັງຈາກບັນດາທົ່ງນາເຕັມດ້ວຍນຳ້ ແລະ ໄຖນາແລ້ວໆ, ຊາວຊົນເຜົ່າຢູ່ທີ່ນີ້ ຈຶ່ງເລີ່ມການດຳນາ. ພາບ: ຫງວຽນຖັ໋ງ
ຊາວເຜົ່າ ມົ້ງ ຢູ່ຕາແສງ ເຈກູຍາ ພວມດຳນາເທິງທົ່ງນາຂັ້ນໄດຂອງ ຕົນ. ພາບ: ທົງທ້ຽນ
ນຳ້ຝົນໄຫຼແຕ່ທົ່ງນາສູງລົງໃສ່ທົ່ງນາຕຳ່. ພາບ: ທົງທ້ຽນ
ຊາວເຜົ່າ ມົ້ງ ຢູ່ ກາວຟ້າ ພວມຫຼົກກ້າເພື່ອຮັບໃຊ້ໃຫ້ແກ່ການດຳນາ. ພາບ: ທົງທ້ຽນ
ຊາວເຜົ່າ ມົ້ງ ຢູ່ຕາແສງ ລາປານເຕິນ ພວມຖາງດິນ, ຂຸດເໝືອງ, ຂຸດຮ່ອງ, ຄູນຄັນນາ ເພື່ອສ້າງລະບົບຊົນລະປະທານ. ພາບ: ຈ້ອງຈິງ
ບັນດາທົ່ງນາຂັ້ນໄດໃນລະດູນີ້ ຢູ່ ໝູ່ກັງຈາຍ ສວຍງາມກວ່າໝູ່ ຍ້ອນມີການປະສານລະຫວ່າງທົ່ງນາຫາກໍ່ເປັ່ງນຳ້ເຂົ້າ, ທົ່ງນາຫາກໍ່ຕົກກ້າ, ທົ່ງນາທີ່ມີສີຂຽວເຫຼືອງຂອງເຂົ້າໃກ້ຈະສຸກ... ພາບ: ຈ້ອງຈິງ
... ແຊກໃສ່ບັນດາທົ່ງນາພວມກ່ຽວເຂົ້າແມ່ນບັນດາທົ່ງນາມີກ້າຍັງອ່ອນ,
ສິ່ງດັ່ງກ່າວສ້າງເປັນຮູບແຕ້ມແຜ່ນໜຶ່ງທີ່ມີຊີວິດຊີວາຂອງ ໄຕບັກ. ພາບ: ຈ້ອງຈິງ
ເພດຍິງຊາວເຜົ່າ ມົ້ງ ກັບລູກ ທີ່ທົ່ງນາຂັ້ນໄດຂອງຄອບຄົວຢູ່ຕາແສງ ລາປານເຕິນ. ພາບ: ຈ້ອງຈິງ
ຊາວເຜົ່າ ມົ້ງ ໄຖ ແລະ ກວາດດິນໃຫ້ມັນພຽງ ກ່ອນທີ່ຈະປະຕິບັດ ການດຳນາ. ບັນດາທົ່ງນາທີ່ໄດ້ຮັບການໄຖນາ
ຈະເພີ່ມສູງຂຶ້ນ ຕາມປະລິມານນຳ້ຝົນໄຫຼລົງມາ. ພາບ: ຈ້ອງຈິງ
ຍ້ອນເປັນເຂດພູດອຍ, ປະຊາຊົນຢູ່ ໝູ່ກັງຈາຍ ຕ້ອງກໍ່ສ້າງທົ່ງນາ
ຂັ້ນໄດຫຼາຍແຫ່ງຢູ່ເທິງເປີ້ນພູ ດ້ວຍສີມືທີ່ຄ່ອງແຄ້ວຂອງຕົນ. ພາບ: ຈ້ອງຈິງ
ນ້ອງນ້ອຍຫຼາຍຄົນພວມຢອກກັນຢູ່ເທິງທົ່ງນາຂັ້ນໄດທີ່ເຕັມດ້ວຍນຳ້. ພາບ: ດັງຕຽນ |
ໃນໄລຍະທ້າຍເດືອຍພຶດສະພາ ແລະ ຕົ້ນເດືອນມິຖຸນາ, ບັນດາ ທົ່ງນາຂັ້ນໄດຢູ່ທີ່ນີ້ ເຕັມດ້ວຍນຳ້ຍ້ອນມີຝົນຕົກ. ພາຍໃຕ້ແສງຕາເວັນ, ທົ່ງນາຂັ້ນໄດເຕັມດ້ວຍນຳ້ ໄດ້ຈັດຕາມຊັ້ນ, ຕາມຂັ້ນ ເບິ່ງຄ້າຍໆ ຄື ບັນດາຂັ້ນໄດນຳພວກເຮົາຂຶ້ນໄປຫາທ້ອງຟ້າ. ນີ້ກໍ່ເປັນໄລຍະທີ່ ສີໝາກກະເບົາຂອງດິນໄດ້ກາຍເປັນສີແດງພາຍຫຼັງຝົນຕົກ, ສະແດງອອກໃຫ້ເຫັນບັນດາສີສັນທີ່ແຕກຕ່າງກັນ. ສີໝາກກະເບົາ-ແດງຂອງດິນ, ສີຂຽວຂອງທ້ອງຟ້າ, ສີຂອງກ້າອ່ອນ, ສີສິ້ນຂອງເພດຍິງຊາວເຜົ່າ ມົ້ງ ຢູ່ເທິງບັນດາທົ່ງນາ ໄດ້ສ້າງເປັນຮູບພາບ ທີ່ສວຍສົດ ງົດງາມ.
ປະຕິບັດໂດຍ: ສະໂມສອນຖ່າຍຮຸບວິນາທີຄຳ