ອົງການປະກັນສັງຄົມ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍອຸປະຖຳ ຈັດການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມໃນບໍລິເວນ.
ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພາຍຸນ້ຳຖ້ວມ (ພາບ: TTXVN)
ວັນທີ 11 ທັນວາ, ຢູ່ຄະນະກຳມະການປະຊາຊົນຕາແສງ ຝູ່ໝີບັກ (ແຂວງ ຢາລາຍ), ອົງການປະກັນສັງຄົມ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍອຸປະຖຳ ຈັດການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມໃນບໍລິເວນ. ຕາມນັ້ນແລ້ວ, ມີປະຊາຊົນ ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພາຍຸນ້ຳຖ້ວມ 110 ຄົນຢູ່ຕາແສງ ຝູ່ໝີບັກ ໄດ້ຮັບບັດປະກັນສຸຂະພາບ, ພ້ອມທັງ, ອົງການປະກັນສັງຄົມ ກໍ່ໄດ້ມອບເງິນໜູນຊ່ວຍເປັນຈຳນວນ 50 ລ້ານດົ່ງ ເພື່ອໃຫ້ທ້ອງຖິ່ນສົ່ງໄປຍັງ ບັນດາຄອບຄົວຖືກຜົນສະທ້ອນຢ່າງໜັກໜ່ວງເພື່ອປະກອບສ່ວນຊ່ວຍເຂົາເຈົ້າແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າ. ປັດຈຸບັນທົ່ວແຂວງ ຢາລາຍລະດົມບັດປະກັນສຸຂະພາບໄດ້ກ່ວາ 2000 ບັດ (ມີມູນຄ່າປະມານ 1,2 ຕື້ດົ່ງ) ຈາກການປະກອບສ່ວນຂອງທະນາຄານຈຳນວນໜຶ່ງເພື່ອມອບໃຫ້ປະຊາຊົນ.
(ແຫຼ່ງຄັດຈາກ VOV)