• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ພັນໝ້ຽງ ກອນຕຸມ

ສໍາລັບນັກ​ທ່ອງ​ທ່ຽວ ຄັ້ງໜຶ່ງທີ່​ໄປ​​ເມືອງ ​ພູ​ດອຍ ກອນຕຸມ ​ກໍ​ຈະ​ຕ້ອງ​ຊອກຫາ ແລະ ​ຊີມ ລາຍການອາຫານ ພັນໝ້ຽງ ທີ່​ມີ​ຊື່​ສຽງ​ ຂອງ ​ເຂດດິນ ໄຕງວຽນ ທີ່ເຕັມໄປດ້ວຍ ແສງແດດ ແລະ ສາຍລົມ ແຫ່ງນີ້.
ຖືກຕາມຊື່ ເອີ້ນ, ລາຍການອາຫານພັນໝ້ຽງ ດຶງດູດໃຈລູກ ຄ້າ ເມື່ອເຫັນ ຍ້ອນສີຂຽວສົດ ຂອງ ຖາດ ທີ່ເຕັມໄປດ້ວຍຜັກ ສີຂຽວ ຫຼາຍສິບຊະນິດ ເຊັ່ນ: ສີຂຽວ, ສີແດງ, ສີມ່ວງ ແລະ ສີ ເຫຼືອງ. ນອກຈາກຜັກ ທົ່ວໄປເຊັ່ນ: ຜັກກາດ, ຜັກບົ່ວ, ຜັກ ຫອມປ້ອມ, ຜັກອີ່ຕູ່, ຜັກຊີ ... ຍັງມີຜັກປ່າ ອີກຫຼາຍສິບຊະ ນິດ ທີ່ມີພຽງຄົນທ້ອງຖິ່ນເທົ່ານັ້ນ ຈຶ່ງຮູ້ຈັກ ຊື່ ແລະ ຄຸນປະ ໂຫຍດຂອງມັນ. ອາຫານທີ່ໃຊ້ພັນກໍງ່າຍໆ ເຊັ່ນ: ຊີ້ນໝູສາມ ຊັ້ນລວກ, ກຸ້ງສົດລວກ, ໜັງໝູ ປະສົມກັບເຂົ້າແຫ້ມ ​ແລະ ຈິດ​ວິນ​ຍານ​ ຂອງ ລາຍການອາຫານພັນໝ້ຽງ ແມ່ນ ນ້ຳ​ຊ໊ອດ​ເຫຼືອງ ທີ່ມີລົດຊາດຫອມມັນ ຂອງ ຂີ້ເຫຼົ້າ ທີ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ຕາມ​ວິທີ​ ທີ່​ເປັນ​ເອກະລັກ​ສະ​ເພາະ ​ຂອງ ​ຊາວທ້ອງຖິ່ນ.

ພັນໝ້ຽງ ກອນຕຸມ ຖືກມ້ວນຢ່າງຄ່ອງແຄ່ງຄືກັບດອກໄມ້ປ່າ. ພາບ: ແທງຮ່ວາ

ພັນໝ້ຽງ ກອນຕຸມ ຖືກຈັດວາງຢ່າງລຽບງ່າຍ ແຕ່ສວຍງາມ ແລະ ດຶງດູດຜູ້ຮັບປະທານດ້ວຍສີຂຽວສົດຂອງໃບໄມ້ປ່າຫຼາຍສິບຊະນິດ ພ້ອມກັບສີແດງສົດ, ສີຂາວ ແລະ ສີເຫຼືອງສົດໃສ ຂອງ ອາຫານກິນແກ້ມ. ພາບ: ແທງຮ່ວາ

ເຈົ້າຂອງຮ້ານຄົນງາມແນະນຳໃຫ້ຜູ້ຮັບປະທານ ວິທີມ້ວນ ໃບພັນໝ້ຽງໃຫ້ຖືກຕ້ອງ. ພາບ: ແທງຮ່ວາ

ວິທີຮັບປະທານ ພັນໝ້ຽງ ກໍ່ໜ້າສົນໃຈ ແລະ ແຕກຕ່າງຈາກ ປະເພດພັນໝ້ຽງ ທົ່ວໄປຄື ຜູ້ຮັບປະທານ ຕ້ອງຮູ້ຈັກເລືອກ ປະເພດ ຜັກ ທີ່ມີລົດຊາດ ເຜັດ, ຫອມ, ສົ້ມ, ຝາດ... ມາປະ ສົມເຂົ້າກັນ ແນວໃດໃຫ້ເໝາະສົມກັບ ລົດຊາດ ຂອງ ຜູ້ຊີມ, ຫຼັງຈາກນັ້ນ, ເອົາເຄື່ອງປະກອບເຊັ່ນ: ກຸ້ງ, ຊີ້ນ, ໜັງໝູ ປະ ສົມ ເຂົ້າແຫ້ມ ແລະ ນ້ໍາຊ໊ອດ ແລ້ວມ້ວນເປັນຕ່ອນ ທີ່ສວຍ ງາມ ຄ້າຍ ຄືດອກໄມ້ປ່າ ກ່ອນທີ່ຈະຮັບປະທານ.

ພັນໝ້ຽງ ໜຶ່ງທີ່ຄົບຖ້ວນ ຈະຕ້ອງມີລົດຊາດ ຂອງ ຜັກ, ລົດ ຫວານ ຂອງ ກຸ້ງ, ຊີ້ນສົດ ແລະ ມີຄົບລົດຊາດ ສົ້ມ, ມີກິ່ນ ຫອມ, ຝາດ... ປະສົມເຂົ້າກັນເພື່ອສ້າງ ເປັນລົດຊາດທີ່ ບໍ່ສາ ມາດ ຫຼົງລືມໄດ້.

ລາຍການພັນໝ້ຽງ ຢູ່ ກອນຕຸມ ແມ່ນບໍ່ຍາກ ທີ່ຈະຊອກຫາ, ແຕ່ ບາງທີແຊບ ແລະ ມີຊື່ສຽງ ແມ່ນ ຢູ່ຖະຫນົນ ເຈິ່ນກາວເວິນ, ຄຸ້ມ ຖະໜົນນ້ອຍໆ ທີ່ງຽບສະຫງົບເອີ້ນວ່າ “ຄຸ້ມເມືອງ ພັນໝ້ຽງ”ຂອງ ເຂດດິນ ໄຕງວຽນ. ພັນໝ້ຽງ ກອນຕຸມ ແມ່ນລາຍການອາຫານ ທີ່ດີຕໍ່ ສຸຂະພາບ, ຮັບປະທານງ່າຍ ແລະ ບໍໍ່ແພງ​, ລາຄາປະມານ 300-400 ພັນດົ່ງ ສຳລັບ 6-8 ຄົນ, ແຕ່​ມັນແມ່ນ​ເຍື່ອງ​ອາຫານ​ພິ​ເສດ​ ທີ່​ບໍ່​ອາດຫຼົງ​ລືມ​ໄດ້​ ສຳລັບນັກທ່ອງ​ທ່ຽວ ​ເມື່ອ​ມາຍັງ​ເຂດ​ເມືອງພູດອຍ ແລະ ສະຫງົບສຸກແຫ່ງນີ້.


ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ບິກລຽນ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ທຸກໆ ປີ ໃນວັນທີ 8 ເດືອນຈຽງ ຕາມຈັນທະປະຕິທິນ, ຢູ່ບໍລິເວນ ສາລາວັດ ໝູ່ບ້ານ ຝູ໋ຢາ, ຕາແສງ ຝູ໋ເຖື້ອງ, ງານບຸນເຂົ້າໜຽວ ຝູ໋ເຖື້ອງ ໄດ້ຮັບການຈັດຂຶ້ນຢ່າງຄຶກຄື້ນ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ. ງານບຸນບໍ່ພຽງແຕ່ເປັນໂອກາດ ເຊີດຊູ ອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ໂຄສະນາເຜີຍແຜ່ ຝູ໋ເຖື້ອງ ໃຫ້ເປັນ ຈຸດໝາຍປາຍທາງ ດ້ານວັດ ທະນະທຳ ແລະ ອາຫານການກິນ ທີ່ເປັນເອກະລັກ ຂອງ ນະຄອນຫຼວງ ອີກດ້ວຍ.

Top