• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝ​ລັ່ງ ສ້າງແຜ່ນ​ກຳບັງປ້ອງ​ກັນ​ຄວາມສະ​ຫງົບ​ປອດ​ໄພຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ G7

ກຳ​ລັງ​ດັ່ງ​ກ່າວ​ລວມ​ມີ​ຕຳຫຼວດ​ ແລະ ທະ​ຫານປະ​ຕິ​ບັດ​ໜ້າ​ທີ່​ຕິດ​ຕາມ ເກືອບ 500 ຄົນ, 64 ກົມ​ກອງ​ທະ​ຫານ​ເຄື່ອນ​ທີ່ ແລະ ຕຳຫຼວດປາບ​ປາມ​ຈະ​ລາ​ຈອນ...
  ກຳ​ລັງ​ລາດ​ຕະ​ເວນ​ດ້ານ​ການ​ທະ​ຫານ​ຢູ່​ໜອງ Geneva, ປະ​ເທດ ຝ​ລັ່ງ (ພ​າບ: AP/Laurent Cipriani)  
ມີ​​ຕຳຫຼວດ, ທະ​ຫານປະ​ມານ 16.000 ຄົນ ຢູ່​ຝ​ລັ່ງໄດ້​ຮັບ​ການ​ລະ​ດົມ​ເພື່ອ​ຮັບ​ປະ​ກັນ​ຄວາມສະ​ຫງົ​ບ​ປອດ​ໄພ ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດ​ຍອດ​ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ແຖວ​ໜ້າ​ໂລກ (G7) ທີ່​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 15 – 17 ມິ​ຖຸ​ນາ ຢູ່​ນະ​ຄອນ Evian-les-Bains, ຂຶ້ນ​ກັບ​ແຂວງ Haute-Savoie, ທາງ​ທິດ​ຕາ​ເວັນ​ອອກ ຝ​ລັ່ງ. ນີ້​ແມ່ນ​ໜຶ່ງ​ໃນບັນ​ດາ​ການ​ບັ້ນ​ປ້ອງ​ກັນ​ຮັບ​ປະ​ກັນ​ຄວາມສະ​ຫງົບ​ປອດ​ໄພ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ຝ​ລັ່ງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ວິ​ທີ​ການ​ຈັດ​ຕັັ້ງ​ໄດ້​ກໍ່​ສ້າງ​ອີງ​ຕາມ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ການ​ ງານ​ມະ​ຫາກຳ​ກິ​ລາ Olympic ແລະ Paralympic Paris ເມື່ອ​ປີ 2024. ກຳ​ລັງ​ດັ່ງ​ກ່າວ​ລວມ​ມີ​ຕຳຫຼວດ​ ແລະ ທະ​ຫານປະ​ຕິ​ບັດ​ໜ້າ​ທີ່​ຕິດ​ຕາມ ເກືອບ 500 ຄົນ, 64 ກົມ​ກອງ​ທະ​ຫານ​ເຄື່ອນ​ທີ່ ແລະ ຕຳຫຼວດປາບ​ປາມ​ຈະ​ລາ​ຈອນ, ນັກ​ສືບ​ສວນ​ນັບ​ຮ້ອຍ​ຄົນ​ຂຶ້ນ​ກັບ​ບັນ​ດາ​ກົມ​ກອງ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ແລະ ຕ້ານ​ກໍ່​ການ​ຮ້າຍ, ນັກ​ຊ່ຽວ​ຊານ​ທຳ​ລາຍ​ລູ​ກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ບັນ​ຊາ​ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ, ພ້ອມ​ກັບຫຼາຍ​ກົມ​ກອງ​ສະ​ເພາະ​ກິດ​ຂອງ​ຕຳຫຼວດ ແລະ ທ​ະ​ຫານ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top