• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຊົມຮັບຊົມການຍິງບັ້ງໄຟດອກ ““Made of Fairy Tales”

ການສະແດງຂອງທິມ ຈີນ ມີຊື່ວ່າ “ບົດເພງລະດູແລ້ງ” ໄດ້ອອກແບບຢ່າງໃໝ່ອ່ຽມ.
ການສະແດງທີ່ມີຊື່ວ່າ “A Million Dreams” ຂອງທິມ ແຟງລັງ (ພາບ: TTXVN)

ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ ດ່ານັ້ງ, ແມ່ນຄ່ຳຄືນແຂ່ງຂັນຄັ້ງທີ 4 ຂອງງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ (DIFF 2024), ໂດຍການເຂົ້າຮ່ວມແຂ່ງຂັນຂອງທິມ ຈີນ ແລະ ແຟງລັງ. ດ້ວຍຫົວຂໍ້ “Made of Fairy Tales”, 2 ທິມໄດ້ນຳມາໃຫ້ຜູ້ຊົມເຊິ່ງບັນດາລາຍການຍິງບັ້ງໄຟດອກທີ່ເປັນເອກະລັກສະເພາະຢູ່ທ້ອງຟ້າຍາມຕອນຄ່ຳຂອງ ດ່ານັ້ງ.

ໂດຍເປັນຄັ້ງທຳອິດທີ່ເຂົ້າຮ່ວມ DIFF, ການສະແດງຂອງທິມ ຈີນ ມີຊື່ວ່າ “ບົດເພງລະດູແລ້ງ” ໄດ້ອອກແບບຢ່າງໃໝ່ອ່ຽມ. ໃນຂະນະນັ້ນ, ການສະແດງທີ່ມີຊື່ວ່າ “A Million Dreams” ຂອງທິມ ແຟງລັງ ແມ່ນການສົມທົບລະຫວ່າງການຍິງບັ້ງໄຟດອກ ແລະ ນ້ຳ. ການສະແດງຂອງທິມ ແຟງລັງ ໄດ້ອັດຄ່ຳຄືນແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ DIFF 2024.

ພາຍຫຼັງການແຂ່ງຂັນ, ວັນທີ 30 ມິຖຸນາ, ຄະນະຈັດຕັ້ງໄດ້ປະກາດ 2 ທິມຍິງບັ້ງໄຟດອກດີເລີດ ທີ່ເຂົ້າຮອບຊິງຊະນະເລີດ ເຊິ່ງຈະຈັດຂຶ້ນໃນຕອນຄ່ຳວັນທີ 13 ກໍລະກົດ.

(ແຫຼ່ງຄັດຈາກ VOV)

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງແມ່ນບ່ອນເກັບຮັກສາຄວາມຊົງຈຳ, ບ່ອນສ້າງຂີດໝາຍບັນດາວິລະກຳ, ບັນດາບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ.

Top