ປີ 2017, ບໍລິສັດຫຸ້ນສ່ວນຜະລິດ ບາວມິນ ໄດ້ຮັບການສ້າງຕັ້ງ ຂຶ້ນ ຈາກແນວຄວາມຄິດ ຂອງທ່ານ ເຢືອແອ໋ງຊວນ ຜູ້ອໍານວຍ ການ. ທ່ານ ຊວນ ເປັນອະດີດນັກສຶກສາ ຂະແໜງຄຸ້ມຄອງ ບໍລິ ຫານອຸດສາຫະກຳ ມະຫາວິທະຍາໄລ ຊັບພະວິຊາ ຮ່າໂນ້ຍ. ເພິ່ນໄດ້ເລືອກເອົາເມືອງ ເຈືອງໝີ໋ ເປັນສະຖານມທີ່ປະຕິບັດ ແນວຄວາມຄິດ, ການຟື້ນຄືນບັນດາຄຸນຄ່າ ຜະລິດຕະພັນ ຫັດຖະກຳ ມູນເຊື້ອ ດ້ວຍໃຈ: “ຢູ່ໃສມີຄວາມຕັ້ງໃຈ, ທ່ີນັ້ນ ຈະມີທາງໄປ”. ທ່ານ ຊວນ ໄດ້ສ້າງຕັ້ງໂຮງງານຜະລິດ 5 ແຫ່ງ ຢູ່ເມືອງ ເຈືອງໝີ໋, ໂດຍເອົາ ຕາແສງ ໂດງເຟືອງອຽນ ເປັນ ໃຈກາງ ເພື່ອເຕົ້າໂຮມ ບັນດາຊ່າງ ຜູ້ມີສີມືດີ, ມີຄວາມຮັກກັບ ອາຊີບ ເພື່ອພ້ອມກັນ ສ້າງເຄື່ອງໝາຍການຄ້າ ຈາກຜະລິດ ຕະພັນ ຈັກສານ ຫວາຍ ແລະ ໄມ້ໄຜ່ ບາວມິນ.
ໂຮງງານຜະລິດ ບາວມິນ ໄດ້ນຳໃຊ້ແຫຼ່ງວັດຖຸດິບທີ່ມີພ້ອມຈາກທຳມະຊາດ ແລະ ມີຫຼາຍຢູ່ ຫວຽດນາມ ຄື: ຫວາຍ, ໄມ້ໄຜ່, ຕົ້ນ ພ້າວ, ຫຍ້າ, ຜັກກູດ, ໃບຄໍ້, ສາລີ...ທີ່ເປັນມິດກັບສິ່ງແວດລ້ອມ. ຈາກຫົວຄິດປະດິດສ້າງຂອງ ຊ່າງຫັດຖະກໍາ ໄດ້ຜະລິດອອກມາ ບັນດາຜະລິດຕະພັນທີ່ສວຍງາມ ແລະ ທັນສະໄໝ. ລູກຄ້າສາ ມາດຊອກເຫັນຢູ່ໂຮງງານຜະລິດ ບາວມິນ ບັນດາຜະລິດຕະພັນ ມີຄວາມສະໜິດຕິດພັນ ກັບຊີວິດ ປະຈຳບັນຄື: ເຄື່ອງໃຊ້ໃນ ຄົວ ເຮືອນ, ເຄື່ອງປະດັບປະດາ, ແຟຊັ່ນ, ເຄື່ອງເຟີນີເຈີ... ທີ່ເໝາະ ສົມ ກັບລົດນິຍົມ ຂອງແຕ່ລະຄົນ ແລະ ທ່າອ່ຽງຄວາມງາມ ຂອງ ຕະຫຼາດ.

ທ່ານ ຫງວຽນຊວນຖຸຍ, ຜູ້ຈັດການຝ່າຍການຂາຍ ຂອງໂຮງ ງານ ບາວມິນ ກວດກາດ້ານເຕັກນິກ ບັນດາ ຜະລິດຕະພັນຈາກ ຫວາຍ ແລະ ໄມ້ໄຜ່ ທີ່ກຳມະກອນ ພວມເຮັດໃຫ້ສົມບູນແບບ.

ບັນດາຜະລິດຕະພັນ ຈາກຫວາຍ ແລະ ໄມ້ໄຜ່ ເຊັ່ນ: ຖົງ, ກະ ຕ່າຫວາຍ, ຫຼັງຈາກຜະລິດ ແລ້ວ ຈະເອົາໄປຕາກແດດ ໃຫ້ແຫ້ງ ເພື່ອ ໃຫ້ຜະລິດຕະພັນ ມີຄວາມທົນທານສູງໃນເວລານຳໃຊ້.

ໂຮງງານຜະລິດ ບາວມິນ ດຶງດູດແຮງງານຫຼາຍຄົນ ມາຈາກບັນ ດາຕາແສງໃນເມືອງ ເຈືອງໝີ໋.

ຜະລິດຕະພັນ ຫວາຍ ແລະ ໄມ້ໄຜ່ ໄດ້ເຫຼົາຢ່າງລະອຽດລະອໍ ເພື່ອໃຫ້ ຜະລິດຕະພັນ ມີຄວາມທົນທານສູງ.

ຫວາຍ ແມ່ນວັດຖຸດິບ ທໍາມະຊາດ ໄດ້ນຳໃຊ້ຢ່າງ ຫຼວງຫຼາຍ ໃນການຜະລິດ ກະຕ່າ, ຖົງຫີ້ວ ແລະ ອື່ນໆ.

ຂັ້ນຕອນການຂັດ ຜະລິດຕະພັນ ດ້ວຍເຄື່ອງຈັກ.

ໄມ້ໄຜ່ ຖືກຜ່າ ແລະ ເຫຼົາໃຫ້ກ້ຽງສະເໝີ ກ່ອນກຳມະກອນ ຈະ ສານເປັນຜະລິດຕະພັນ.

ຄວາມສຸກ ຂອງ ຄົນງານ ພ້ອມກັບຜະລິດຕະພັນ ຫວາຍ ແລະ ໄມ້ໄຜ່ ກໍາລັງສຳເລັດຂັ້ນຕອນສຸດທ້າຍ.

ຖັນແຖວພະນັກງານຂາຍເຄື່ອງຂອງ ບາວມິນ ລ້ວນແຕ່ເປັນໄວ ໜຸ່ມ, ມີຄວາມສາມາດໃນການ ນຳໃຊ້ເຕັກໂນໂລຊີ ກໍາລັງບັນ ທຶກ ຕົວເລກທີ່ຫ້ອງວາງສະແດງ ຜະລິດຕະພັນ ຂອງໂຮງງານ. |
ຜະລິດຕະພັນ ຫວາຍ ແລະ ໄມ້ໄຜ່ ບາວມິນ ໄດ້ຜ່ານຫຼາຍຂັ້ນ ຕອນການກວດກາຢ່າງເຄ່ັງຄັດ ກ່ຽວກັບຄຸນນະພາບຜະລິດ ຕະ ພັນ ຂອງ ກຸ່ມບໍລິສັດການຄ້າ ເອເລັກໂຕຣນິກ ອັນດັບໜຶ່ງຂອງ ຈີນ ຄື Alibaba ແລະ ສ້າງຮ້ານຂາຍເຄື່ອງ 2 ຮ້ານເທິງເວັບໄຊ ຂອງ Alibaba ດ້ວຍການສົ່ງອອກ 3 ລ້ານ ໂດລາສະຫະລັດຕໍ່ ປີ. ລັກສະນະສະເພາະ ທ່ີເປັນເອກະລັກມູນເຊື້ອ ໃນຜະລິດຕະ ພັນຈັກສານ ຫວາຍ ແລະ ໄມ້ໄຜ່ ບາວມິນ ແມ່ນຮູບຊົງ ທ່ີລຽບ ງ່າຍ, ທຳມະດາ ແຕ່ເຕັກນິກ ການສານ, ການເຫຼົາ ແລະ ໄດ້ປະ ຕິບັດຢ່າງລະອຽດລະອໍ. ນອກຈາກນີ້ ຍັງໄດ້ມີການປະດິດໃໝ່ ຢ່າງບໍ່ຢຸດຢັ້ງ ດ້ວຍຫຼາຍຮູບແບບໃໝ່ ທີ່ມີລັກສະນະ ກ້າວກະ ໂດດ ຜ່ານການນຳໃຊ້ລວດລາຍ ວັດທະນະທຳ ມູນເຊື້ອ ເທິງ ຜະລິດຕະພັນແຕ່ລະຢ່າງ, ແຕ່ໄດ້ອອກແບບ ຕາມແບບທັນສະ ໄໝ. ທ່ານ Sungwon Choi, ຜູ້ຕາງໜ້າສູນອອກແບບ ຫວຽດ ນາມ-ສ ເກົາຫຼີ ໄດ້ໃຫ້ຂໍ້ສັງເກດວ່າ: “ບັນດາຜະລິດຕະພັນຈັກ ສານ ຫວາຍ ແລະ ໄມ້ໄຜ່ ບາວມິນ ບໍ່ພຽງແຕ່ມີຄວາມເລິກເຊິ່ງ ດ້ານວັດທະນະທຳ ຫວຽດ ເທົ່ານັ້ນ, ແຕ່ຍັງໄດ້ອອກແບບ ທ່ີທັນ ສະໄໝອີກດ້ວຍ, ສະນັ້ນຈຶ່ງເປັນທ່ີນິຍົມຂອງລູກຄ້າຢູ່ ອາຊີ ແລະ ສ ອາເມລິກາ ຢ່າງຫຼວງຫຼາຍ”.
ທ່ານ ຫງວຽນຊວນຖຸຍ-ຜູ້ອຳນວຍການ ຝ່າຍການຜະລິດ ບາວ ມິນ ໃຫ້ຮູ້ວ່າ: “ບາວມິນ ຫາກໍ່ເປີດນຳໃຊ້ໂຮງງານຜະລິດ ຫວາຍ ແລະ ໄມ້ໄຜ່ ໄດ້ມາດຕະຖານສາກົນ ເຂົ້າໃນການເຄື່ອນໄຫວ. ໂຮງງານດັ່ງກ່າວ ໄດ້ເຄື່ອນໄຫວແບບຕ່ອງໂສ້ຄົບວົງຈອນ ດ້ວຍ ສະຖານທີ່ຜະລິດຫຼາຍແຫ່ງ, ນັບແຕ່ການອອກແບບ, ການຜະ ລິດ ໄປຈົນເຖິງການຮັກສາແຫຼ່ງວັດຖຸດິບ, ອົບແຫ້ງຜະລິດ ຕະ ພັນ ພ້ອມກັບ ຫ້ອງວາງສະແດງ ຫຼາຍກວ່າ 1.000 ຜະລິດຕະ ພັນ ທີ່ມີຫຼາກຫຼາຍຮູບແບບ”.

ບໍລິສັດຫຸ້ນສ່ວນ ຜະລິດ ບາວມິນ ໄດ້ຜະລິດ ແລະ ສົ່ງອອກຜະ ລິດຕະພັນ ຫວາຍ ແລະ ໄມ້ໄຜ່ ໄປຍັງຕະຫຼາດ ສ ເກົາຫຼີ, ສ ອາ ເມລິກາ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແໜງຈັກສານ ຈາກ ຫວາຍ ແລະ ໄມ້ໄຜ່ ຂອງ ຫວຽດນາມ.

ຜະລິດຕະພັນ ຈຳນວນໜຶ່ງ ໄດ້ສານດ້ວຍຫຍ້າທະເລ.

ຜະລິດຕະພັນກະຕ່າຫວາຍ ຈຳນວນໜ່ຶງ ໄດ້ສົ່ງອອກໄປຍັງ ຕະຫຼາດ ສ ເກົາຫຼີ.

ຜະລິດຕະພັນ ຫວາຍ ແລະ ໄມ້ໄຜ່ ລໍຖ້າສົ່ງອອກໄປຍັງຕະຫຼາດ ສ ອາເມລິກາ ພາຍຫຼັງ ສຳເລັດການກວດກາຄຸນນະພາບ.

ຜະລິດຕະພັນ ຖ້ວຍ, ກະຕ່າ ທີ່ເຮັດດ້ວຍຫວາຍ ໄດ້ສົ່ງອອກ
ໄປຍັງຕະຫຼາດ ສ ເກົາຫຼີ. ພາບ: ເອກກະສານ |
ມາຍັງໂຮງງານຜະລິດຫວາຍ ແລະ ໄມ້ໄຜ່ ບາວມິນ, ບັນດາລູກ ຄ້າທີ່ມາຈາກຕ່າງປະເທດ ຈະມີໂອກາດໄດ້ເຫັນກັບຕາຄວາມ ສວຍງາມດ້ານວັດທະນະທຳ ຂອງ ໝູ່ບ້ານອາຊີບ ແລະມີຄວາມ ຮູ້ສຶກ ຄືໄດ້ເຂົ້າໄປທ່ຽວໃນໂຮງງານທີ່ທັນສະໄໝ ກ່ຽວກັບການ ຜະລິດ ຜະລິດຕະພັນທີ່ສານດ້ວຍຫວາຍ ແລະ ໄມ້ໄຜ່ ຢູ່ ຫວຽດ ນາມ.
ປັດຈຸບັນ, ຜະລິດຕະພັນຂອງ ບາວມິນ ໄດ້ສົ່ງອອກໄປຍັງຕະ ຫຼາດ ເອີຣົບ ຕາເວັນຕົກ, ຍີ່ປຸ່ນ, ສ ອາເມລິກາ ແລະ ສ ເກົາຫຼີ ດ້ວຍລາຍຮັບ 3-5 ລ້ານໂດລາສະຫະລັດຕໍ່ປີ. ທ່ານ ເຢືອງແອ໋ງ ຊວນ-ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນຜະລິດ ບາວມິນ ໃຫ້ຮູ້ວ່າ: “ໃນຍຸດທະສາດພັດທະນາ 5 ປີ ທີ່ຈະເຖິງ, ບາວມິນ ໄດ້ວາງເປົ້າໝາຍຈະສົ່ງອອກຜະລິດຕະພັນໄປຍັງ 30 ປະເທດ ໃນໂລກ ແລະ ເຮັດໃຫ້ໂຮງງານຜະລິດ ບາວມິນ ໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວ ຂອງໝູ່ບ້ານອາຊີບ ຈັກສານ ຫວາຍ ແລະ ໄມ້ໄຜ່”.