• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລະ​ດົມ​ການ​ເສັງ​ຊີງ​ລາງວັນ​ສື່ມ​ມວນ​ຊົນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ ​ການຕ່າງ​ປະ​ເທດ​ຄັ້ງ​ທີ X

ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງ, ສະຖານີໂທລະພາບຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການເສັງຊີງລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວການຕ່າງປະເທດຄັ້ງທີ X.
ທ່ານຫວູແທັງມາຍ, ຮອງຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີປຸກລະດົມ

ລາງວັນດັ່ງກ່າວເພື່ອແນໃສ່ເຊີດຊູກຳລັງເຮັດວຽກງານຖະແຫຼງຂ່າວການຕ່າງປະເທດ; ປະກອບສ່ວນຍົກສູງປະສິດທິຜົນການໂຄສະນາ, ເຜີຍແຜ່ພາບພົບຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ, ພູມປັນຍາ ຫວຽດນາມ ອອກສູ່ໂລກ ແລະ ນຳໂລກເຂົ້າມາ ຫວຽດນາມ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຫວູແທັງມາຍ, ຮອງຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ:

“ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ, ພາຍຫຼັງຈັດມາໄດ້ 9 ປີ ກໍຢັ້ງຢືນໄດ້ເຄື່ອງໝາຍຂອງລາງວັນລະດັບຊາດ ທີ່ມີອິດທິພົນຊື່ສຽງ ດ້ວຍຄວາມເປັນເອກະລັກ ແລະ ແຕກຕ່າງສະເພາະຫຼາຍຢ່າງ. ຄວາມແຕກຕ່າງໄດ້ສະແດງໃນລັກສະນະຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງ 10 ລາຍການໄດ້ຮັບລາງວັນ, ເປົ້າໝາຍເຂົ້າຮ່ວມ ນັບທັງພາຍໃນ ແລະ ຕ່າງປະເທດ ກໍຄືເພື່ອນມິດສາກົນ; ນັບແຕ່ຜູ້ຂຽນທີ່ເປັນມືອາຊີບ ຕະຫຼອດຮອດຜູ້ສະໝັກຫຼີ້ນ… ລາງວັນສື່ມວນຊົນກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ ບໍ່ຈຳກັດການປ່ຽນໃໝ່ ແລະ ນະວັດຕະກຳ”.

ໂດຍສືບທອດຜົນສຳເລັດຂອງປີກ່ອນໆ, ລາງວັນສື່ມວນຊົນກ່ຽວກັບການຖະແຫຼງຂ່າວການຕ່າງປະເທດຄັ້ງທີ X ຈະພິຈາລະນາມອບລາງວັນໃຫ້ບັນດາຜົນງານຖະແຫຼງຂ່າວການຕ່າງປະເທດທີ່ໄດ້ສະແດງພາຍໃຕ້ 10 ຮູບການດັ່ງນີ້: ຄຼິບວິດີໂອ; ບັນດາຂໍ້ລິເລີ່ມ, ຜົນງານທີ່ມີຄຸນຄ່າຖະແຫຼງຂ່າວການຕ່າງປະເທດ; ພາບ; ໂທລະພາບ; ລາຍການກະຈາຍສຽງ; ປຶ້ມ; ໜັງສືພິມດ້ວຍພາສາຫວຽດ; ສື່ເອເລັກໂຕນິກ, ເວັບໄຊດ້ວຍພາສາ ຫວຽດ; ໜັງສືພິມດ້ວຍພາສາຕ່າງປະເທດ; ສື່ເອເລັກໂຕນິກ, ເວັບໄຊດ້ວຍພາສາ ຫວຽດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top