• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ປີເສືອເວົ້າ ກ່ຽວກັບ ທ່ານ "ສາມສິບ"

ມີເລື່ອງເລົ່າເກົ່າໆ ເລົ່າວ່າ ເສືອປ່າ ຫຼື ເອີ້ນວ່າ “ພະຍາ ແຫ່ງພົງໄພ” ຍັງມີອີກຊື່ໜຶ່ງວ່າ ທ່ານ “ສາມສິບ” ເພາະ ທຸກຄັ້ງ ທີ່ຄົນລ່າສັດນີ້ໄດ້ ຈະໄດ້ເຈົ້າຊີວິດ ໃຫ້ລາງວັນ ເປັນເງິນສາມສິບເຟື້ອງ ເພາະກຳຈັດໄດ້ ສັດຮ້າຍໂຕໜຶ່ງ ໃຫ້ຄົນມະນຸດ.

ໃນໂອກາດຕົ້ນປີເສືອ, ພວກຂ້າພະເຈົ້າໄດ້ມາຍັງ ສູນຊ່ວຍເຫຼືອສັດປ່າ ຮ່າໂນ້ຍ (ຕາແສງ ຕຽນເຢືອກ, ເມືອງ ຊອກເຊີນ, ຮ່າໂນ້ຍ) ເຊິ່ງແມ່ນຫົວໜ່ວຍຂຶ້ນກັບ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ເພື່ອຊອກຫາເອກະສານໃຫ້ບົດຂຽນ ກ່ຽວກັບ ທ່ານ “ສາມສິບ”. ໄດ້ຮັບ ການສ້າງຕັ້ງໃນປີ 1996, ເປັນເວລາກວ່າ 25 ປີ ເຮັດໜ້າທີ່ ເປັນສູນຮັບເອົາ, ເບິ່ງແຍງ ແລະ ຄຸ້ມຄອງສັດປ່າ ທີ່ກ່ຽວພັນ ເຖິງຄະດີຕ່າງໆ. ທ່ານ ເລືອງຊວນຮົ່ງ - ຫົວໜ້າສູນ ແບ່ງປັນວ່າ: “ພວກຂ້າພະເຈົ້າຮັບຜິດຊອບ ການຮັບເອົາສັດ ທີ່ຍຶດໄດ້ຈາກຄະດີ ກ່ຽວພັນເຖິງ ການລ່າສັດປ່າ, ຂົນສົ່ງ ແລະ ຮັກສາສັດປ່າ ຜິດກົດໝາຍ, ໃນນັ້ນ ມີສັດທີ່ມີຄ່າຫາຍາກ ຫຼາຍຊະນິດ ມີຊື່ໃນປຶ້ມແດງ. ພາຍຫຼັງ ເຈົ້າໜ້າທີ່ ສຳເລັດ ວຽກງານ ຂອງເຂົາເຈົ້າແລ້ວ, ພວກຂ້າພະເຈົ້າ ຈະດຳເນີນ ການກວດກາ ແລະ ນຳສັດປ່າມາຍັງທາງສູນ ເພື່ອການ ເບິ່ງແຍງດູແລ ເຖິງເມື່ອມີແຈ້ງການໃໝ່ຈາກເຈົ້າໜ້າທີ່”.

ຢູ່ທີ່ນີ້ ມີສັດປ່າຫຼາຍຊະນິດ, ພິເສດມີເສືອ ອິນດູຈີນ ດ້ວຍຈຳນວນ 36 ໂຕ. ທ່ານ ຮົ່ງໄດ້ກ່າວວ່າ, ສຳລັບພະນັກງານຢູ່ສູນນີ້, ເສືອແຕ່ລະໂຕເວົ້າສະເພາະ ແລະ ສັດເວົ້າລວມ ລ້ວນແຕ່ແມ່ນ "ລູກຄ້າ" ພິເສດ. ເສືອຢູ່ສູນ ໄດ້ຮັບການເບິ່ງແຍງດູແລຢ່າງລະມັດລະວັງ ຈາກ ບັນດາພະນັກງານ, ແຕ່ລະຄາບໄດ້ກິນຊີ້ນ, ກະດູກ ຫຼື ໄກ່ 5 ກິໂລຂຶ້ນກັບມື້. ນ້ຳໜັກຂອງພວກມັນແມ່ນປະມານ 1 ຮ້ອຍກິໂລ ສຳລັບເສືອເພດແມ່ ແລະ 3 ຮ້ອຍກິໂລ ສຳລັບເສືອໂຕຜູ້, ແຕ່ລະມື້ ພະນັກງານ ຈະທຳຄວາມ ສະອາດຄອກເສືອ ເພື່ອຮັບປະກັນດ້ານອະນາໄມ ແລະ ເສືອໄດ້ອອກກຳລັງກາຍ, ອາບແດດ ຕາມກຳນົດເວລາ ຢູ່ຄອກນອກ. ທາງສູນຍັງມີພະນັກງານຊາວ ອັງກິດ ຄົນໜຶ່ງຊື່ວ່າ Henry ໄດ້ ເຮັດວຽກຢູ່ທີ່ນີ້ ເປັນເວລາ 7 ປີ, ເປັນຊ່ຽວຊານໃນການຄົ້ນຄວ້າ ແລະ ອອກແບບຄອກ ໃຫ້ເໝາະສົມ ກັບອາຈີນຈຳເພາະຂອງເສືອ ກໍ່ຄືສັດອື່ນໆ ຢູ່ທີ່ນີ້.

ດ້ວຍທ່າອ່ຽງຫັນເປັນທົ່ວໂລກ ແລະ ເຊື່ອມໂຍງກັບ ເສດຖະກິດຕະຫຼາດຢ່າງກວ້າງຂວາງ, ວຽກງານ ປົກປັກຮັກສາຊີວະນາໆ ພັນ, ຄວາມສົມດູນ ຂອງ ລະບົບນິເວດ, ການປົກປັກຮັກສາສິ່ງແວດລ້ອມເວົ້າລວມ, ການປົກປັກຮັກສາບັນດາປະເພດສັດປ່າເວົ້າສະເພາະ, ວຽກງານຊ່ວຍເຫຼືອ, ອະນຸລັກ ແລະ ຂະຫຍາຍແນວພັນສັດປ່ານັບມື້ນັບກາຍເປັນຮີບດ່ວນ. ຕໍ່ໜ້າສະພາບການດັ່ງກ່າວ, ການຈັດຕັ້ງ ແລະ ດຳເນີນງານ ຂອງສູນແມ່ນຈຳເປັນ, ເພື່ອຮັບໃຊ້ໃຫ້ແກ່ວຽກງານຊ່ວຍເຫຼືອສັດປ່າຂອງ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.

ບົດ ແລະ ພາບ: ເຈິ່ນແທງຢາງ/VNP

  

ຟື້ນຟູບັນຍາກາດບຸນເຕັດປະເພນີ ຢູ່ທີ່ງານຕະຫຼາດນັດ ລະດູບານໃໝ່ 2026

ຟື້ນຟູບັນຍາກາດບຸນເຕັດປະເພນີ ຢູ່ທີ່ງານຕະຫຼາດນັດ ລະດູບານໃໝ່ 2026

ທ່າມກາງບັນຍາກາດອັນຄຶກຄື້ນມ່ວນຊື່ນ ຂອງການຈັບຈ່າຍໃຊ້ສອຍ ແລະ ທ່ຽວຊົມບຸນເຕັດ ຢູ່ທີ່ງານຕະຫຼາດນັດ ລະດູບານໃໝ່ 2026, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 2 ຫາ 13 ກຸມພາ ຢູ່ສູນວາງສະແດງ ຫວຽດນາມ ທີ່ເມືອງ ດົງແອງ, ນະຄອນຫຼວງ ຮ່າໂນ້ຍ; ເຂດວັດທະນະທຳບຸນເຕັດປະເພນີ ທີ່ຈັດຕັ້ງໂດຍອຳນາດການປົກຄອງ ຮ່າໂນ້ຍ ແມ່ນພວມດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ.

Top