ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ.
(ທ່ານປະລິນຍາເອກ ຮ່າເຊີນຕຸງ)
ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ປະຊາຄົມນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພວມຕິດຕາມດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງຢ່າງໃຫຍ່ຫຼວງ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ເປີດແງ່ຫວັງກ່ຽວກັບບັນດາຂອດບຸກທະລຸຢ່າງແຮງເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່. ທ່ານປະລິນຍາເອກ ຮ່າເຊີນຕຸງ, ຮອງຫົວໜ້າພະແນກເຕັກໂນໂລຊີສົ່ງຂໍ້ມູນຜ່ານແສງ (optical) ກ້າວໜ້າຂຶ້ນກັບສະຖາບັນມະຫາບັນດິດວິທະຍາສາດແຫ່ງຊາດ ສິງກະໂປ A*STAR, ຫວັງວ່າ:
“ຂ້າພະເຈົ້າເຫັນວ່າ ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ. ຂ້າພະເຈົ້າມີຄວາມຕັ້ງຫວັງວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ບັນດານະໂຍບາຍຊີ້ຂາດນັ້ນຍິ່ງໄດ້ຮັບການຜັນຂະຫຍາຍເປັນຕົວຈິງ. ຈຸດປະສົງສຸດທ້າຍຂອງທຸກນະໂຍບາຍຊີ້ຂາດກໍ່ເພື່ອປັບປຸງພື້ນຖານເສດຖະກິດ, ເພີ່ມລາຍຮັບ ແລະ ຮັບປະກັນການດຳລົງຊີວິດຂອງປະຊາຊົນ.”
(ແຫຼ່ງຄັດຈາກ VOV)