• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ

ທີ່ການຕ້ອນຮັບທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ, ທ່ານປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ຟີລິບປິນ
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ(ພາບ: VOV)

ຕອນບ່າຍວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Mohammed Ismaeil A. Dahlwy  ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ  ແລະ ທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ເຂົ້າຢ້ຽມອຳລາດເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບທ່ານ Mohammed Ismaeil A. Dahlwy  ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ, ທ່ານປະທານປະເທດ ຢັ້ງຢືນວ່າ ອາຣັບບິ ຊາອຸດິແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ; ທ່ານເນັ້ນໜັກວ່າໃນອາຍຸການປະຕິບັດງານຂອງທ່ານ ເອກອັກຄະລັດຖະທູດ, ການພົວພັນ ຫວຽດນາມ - ອາຣັບບິ ຊາອຸດິ ບັນລຸໄດ້ບາດກ້າວຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດ.

ທີ່ການຕ້ອນຮັບທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ, ທ່ານປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ  - ຟີລິບປິນ, ທ່ານຖືວ່າສອງຝ່າຍຄວນເພີ່ມທະວີການຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ, ທ່ານປາດຖະໜາ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເອົາໃຈໃສ່ປະກອບສ່ວນໃຫ້ແກ່ການພົວພັນຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top