• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອີຢິບ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ສອງ​ຝ່າຍ

ຕອນຄ່ຳວັນທີ 04 ສິງຫາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ອີຢິບ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຢິບ.
ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ

ກ່າວຄຳເຫັນນະທີ່ນີ້, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ອີຢິບ ແລະ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ; ປະທານສະພາສູງ, ສະພາຕ່ຳ ແລະ ບັນດາອົງການຂອງ ອີຢິບ; ບັນດາບັນຫາລວມກ່ຽວກັບສາຍພົວພັນລະຫວ່າງສອງປະເທດແມ່ນພວກຂ້າພະເຈົ້າໄດ້ກຳນົດວ່າ ໃນໄລຍະຈະມາເຖິງຕ້ອງປະຕິບັດໃຫ້ດີກວ່າ ຕາມທິດແທດຈິງ ແລະ ມີປະສິດທິຜົນກວ່າ. ໃນນັ້ນ ມີເລື່ອງສະເໜີໃຫ້ ອີຢິບ ສະໜັບສະໜູນ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ໄດ້ຮ່ຳຮຽນ, ດຳລົງຊີວິດຢູ່ ອີຢິບ ດ້ວຍເງື່ອນໄຂດີກວ່າເກົ່າ”.

ທ່ານປະທານປະເທດ ເລືອງເກື່ອງ ກໍສະເໜີໃຫ້ສະຖານທູດ ຫວຽດນາມ ປະຈໍາ ອີຢິບ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ປະຕິບັດວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ດີກວ່າອີກ, ໜູນຊ່ວຍພໍ່ແມ່ພີ່ນ້ອງຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ສາມັກຄີ, ພັດທະນາ, ໝັ້ນຄົງເຂັ້ມແຂງ, ກໍຄືຈັດຕັ້ງຫຼາຍກິດຈະກຳເພື່ອເຕົ້າໂຮມພໍ່ແມ່ພີ່ນ້ອງ, ພິເສດແມ່ນໄວໜຸ່ມໄດ້ເຂົ້າຮ່ວມ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ; ສືບຕໍ່ຕັ້ງໜ້າໂຄສະນາ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງພັກ, ສົ່ງແຮງບັນດານໃຈໃຫ້ຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ ຮ່ວມເດີນທາງພ້ອມກັບກໍ່ສ້າງປະເທດໃຫ້ພັດທະນາວັດທະນາຖາວອນ.

ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ມະຫາຫໍພິພິທະພັນ ອີຢິບ (Grand Egyptian Museum), ເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ໃຫຍ່ໂຕມະໂຫຖານທີ່ສຸດຂອງ ອີຢິບ ໃນສະຕະວັດທີ 21.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ.

Top