• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວ​ຽນ​ຊວັນ​ຟຸກ ເດີ​ນ​ທາງ​ໄປ ຍີ່​ປຸ່ນ ເຂົ້າ​ຮ່ວມ​ພິ​ທີ​ຊາ​ປະ​ນາ​ກິດ​ສົບລະ​ດັບ​ຊາດ ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຍີ່​ປຸ່ນ Abe Shinzo

ການເດີນທາງຄັ້ງນີ້ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ແລະ ການຮອງຮັບຈາກການນຳ ແລະ ປະຊາຊົນ ຫວຽດນາມ ຕໍ່ນ້ຳໃຈ, ອາລົມຈິດ, ການປະກອບສ່ວນຂອງທ່ານ Abe Shinzo ເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.
  ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo (ພາບ: People)  

ຕອນເຊົ້າວັນທີ 25 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ ໂນ້ຍບ່າຍ, ເດີນທາງໄປ ຍີ່ປຸ່ນ ເຂົ້າຮ່ວມພິທີຊາປະນາກິດສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຢູ່ນະຄອນຫຼວງ ໂຕກຽວ, ນັບແຕ່ວັນທີ 25 – 28 ກັນຍາ 2022.

ການເດີນທາງຄັ້ງນີ້ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ແລະ ການຮອງຮັບຈາກການນຳ ແລະ ປະຊາຊົນ ຫວຽດນາມ ຕໍ່ນ້ຳໃຈ, ອາລົມຈິດ, ການປະກອບສ່ວນຂອງທ່ານ Abe Shinzo ເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ, ພ້ອມດຽວກັນນັ້ນ ກໍສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍເຄົາລົບ ແລະ ສັດຊື່ບໍລິສຸດ, ຮັກແພງເພື່ອນມິດສາກົນ, ຢັ້ງຢືນການຖືສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ຫວຽດນາມ - ຍີປຸ່ນ ເປັນສຳຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top