• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ: ຈີນ ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ໂຄງ​ສ້າງ​ພາກ​ພື້ນ

ຈີນ ເດັດດ່ຽວສະໜັບສະໜູນຄວາມເປັນເອກະພາບ ແລະ ການສ້າງປະຊາຄົມຂອງ ອາຊຽນ, ພ້ອມທັງສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ.
ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກ່າວຄຳເຫັນໃນເຫດການໜຶ່ງຢູ່ ປັກກິ່ງ (ພາບ: THX/TTXVN)

ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ ມີຄວາມເຂັ້ມແຂງກວ່າ ແລະ ອົງອາດກ້າແກ່ນກວ່າພາຍຫຼັງ “ບັນດາລູກພາຍຸຂອງຍຸກສະໄໝ”. ຂໍ້ສັງເກດດັ່ງກ່າວຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຍົກອອກມາໃນບົດຂຽນໃນໜ້າທຳອິດຂອງໜັງສືພິມ “The Star”, ໜຶງສືພິມໃຫຍ່ຂອງ ມາເລເຊຍ ສະບັບອອກວັນທີ 15 ພຶດສະພາ, ກ່ອນທີ່ທ່ານເດີນທາງໄປຢ້ຽມຢາມ ມາເລເຊຍ. ໃນບົດຂຽນດັ່ງກ່າວ, ທ່ານ ສີຈີ້ນຜິງ ເນັ້ນໜັກວ່າ ຈີນ ແມ່ນຄູ່ເຈລະຈາທຳອິດຂອງ ອາຊຽນ ທີ່ເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ແມ່ນປະເທດທຳອິດສ້າງຕັ້ງເຂດການຄ້າເສລີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ, ມຸ່ງໄປເຖິງໝາກຜົນ ແລະ ປະສິດທິຜົນສູງສຸດໃນພາກພື້ນ. ທ່ານຢັ້ງຢືນວ່າ ຈີນ ເດັດດ່ຽວສະໜັບສະໜູນຄວາມເປັນເອກະພາບ ແລະ ການສ້າງປະຊາຄົມຂອງ ອາຊຽນ, ພ້ອມທັງສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ.

        ຕາມກະຊວງການຕ່າງປະເທດ ມາເລເຊຍ ແລ້ວ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະຢ້ຽມຢາມ ມາເລເຊຍ ທາງລັດຖະກິດ ແຕ່ວັນທີ 15 – 17 ເມສາ ຕາມຄຳເຊີນຂອງກະສັດ ມາເລເຊຍ Sultan Ibrahim.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top