• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ​ບົດ​ລາຍ​ງານ ເສດ​ຖະ​ກິດ ຫວຽດ​ນາມ 2025

ທ່ານເລຂາທິການໃຫຍ່ OECD Mathias Cormann ໄດ້ຕີລາຄາສູງຜົນສຳເລັດຂອງການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ທ່ານຢັ້ງຢືນການສະໜັບສະໜູນຂອງອົງການນີ້ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍເຕີບໂຕສູງໃນໄລຍະຈະມາເຖິງ.
ກອງປະຊຸມສຳມະນາປະກາດບົດລາຍງານເສດຖະກິດ ຫວຽດນາມ 2025 (ພາບ: qdnd.vn)

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກະຊວງການເງິນ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຈັດກອງປະຊຸມສຳມະນາປະກາດບົດລາຍງານເສດຖະກິດ ຫວຽດນາມ 2025 ໂດຍ OECD ປະຕິບັດ.

ບົດລາຍງານເສດຖະກິດ ຫວຽດນາມ 2025 ສຸມໃສ່ວິໄຈພື້ນຖານມະຫາພາກຂອງ ຫວຽດນາມ, ຜົນກະທົບຂອງການເຊື່ອມໂຍງເຂົ້າກັບສາກົນໃນການດຶງດູດເງິນລົງທຶນຕ່າງປະເທດ ແລະ ການຄ້າສາກົນຂອງ ຫວຽດນາມ, ແງ່ຫວັງໃນການພັດທະນາພື້ນຖານເສດຖະກິດ ກາກບອນຕ່ຳ. ບົດລາຍງານກໍ່ຍົກອອກສະເໜີແນະກັບ ຫວຽດນາມ ເພື່ອແນໃສ່ສືບຕໍ່ມຸ່ງໄປເຖິງພື້ນຖານເສດຖະກິດເຊື່ອມໂຍງ, ໂປ່ງໄສ, ຍືນຍົງ ແລະ ກວມລວມກ່ວາ. ທ່ານ Alvaro Pereiraນັກຊ່ຽວຊານດ້ານເສດຖະກິດ ຫົວໜ້າ OECD ເນັ້ນໜັກວ່າ:

ຫວຽດນາມວາງເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045. ພວກເຮົາຮູ້ວ່າ ເພື່ອບັນລຸໄດ້ເປົ້າໝາຍນີ້, ຫວຽດນາມ ຕ້ອງສືບຕໍ່ປັບປຸງຢ່າງແຮງ, ສືບຕໍ່ລົງທຶນເຂົ້າການສຶກສາ, ພື້ນຖານໂຄງລ່າງ, ເປີດປະຕູເພື່ອໃຫ້ການເຕີບໂຕການສົ່ງອອກໃຫ້ຫຼາຍກ່ວາອີກ. ສິ່ງສຳຄັນພິເສດນັ້ນແມ່ນປັດຈຸບັນ, ຫວຽດນາມ ແມ່ນປະເທດມີຊາວໜຸ່ມຫຼາຍ ແລະ ເພື່ອນໜຸ່ມພວມໄດ້ຮັບຜົນປະໂຫຍດໃຫຍ່ທີ່ສຸດຈາກແຫຼ່ງກຳລັງນີ້. ແຕ່ກໍ່ຄືກັນກັບທຸກປະເທດໃນໂລກ, ຫວຽດນາມ ກໍ່ຕ້ອງປະຕິຮູບ ແລະ ສ້າງໂຄງປະກອບຄືນໃໝ່ຢ່າງແຮງເພື່ອປ່ຽນແປງ, ປັບປຸງສະມັດຕະພາບ, ຄຸນນະພາບໃນການອອກແຮງງານ.

ໃນສານທີ່ໄດ້ສົ່ງໄປຍັງເຫດການ, ທ່ານເລຂາທິການໃຫຍ່ OECD Mathias Cormann ໄດ້ຕີລາຄາສູງຜົນສຳເລັດຂອງການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ທ່ານຢັ້ງຢືນການສະໜັບສະໜູນຂອງອົງການນີ້ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍເຕີບໂຕສູງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top