• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ແຝງລັງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີລົບ, ນັບແຕ່ທ່ານຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2023)
ທ່ານປະທານສະພາແຫ່ງຊາດ ແຝງລັງ Jussi Halla-aho ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (ພາບ: TTXVN)

ຕອນຄ່ຳວັນທີ 26 ມີນາ, ທ່ານປະທານສະພາແຫ່ງຊາດ ແຝງລັງ Jussi Halla-aho ພ້ອມກັບຄະນະຜູ້ແທນ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 24 – 26 ມີນາ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນ ເອີລົບ, ນັບແຕ່ທ່ານຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2023) ແລະ ພຽງແຕ່ມາຢ້ຽມຢາມ ຫວຽດນາມ, ບໍ່ສົມທົບກັບການຢ້ຽມຢາມປະເທດອື່ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງ ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງ ແຝງລັງ, ກໍຄືສາຍພົວພັນມິດຕະພາບອັນດີງາມລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແຝງລັງ (1973 – 2023).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top