• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາສູງ ຝລັ່ງ ຢ້ຽມຢາມ ຫວຽດນາມ

ນອກຈາກການພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ທ່ານປະທານສະພາສູງຝລັ່ງ Larcher ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ...
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາສູງຝລັ່ງ Larcher   

ວັນທີ 8 ທັນວາ, ທ່ານ Gérard Larcher, ປະທານສະພາສູງ ຝລັ່ງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເປັນເວລາສອງວັນຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ໃນການຢ້ຽມຢາມ, ນອກຈາກການພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ທ່ານປະທານສະພາສູງຝລັ່ງ Larcher ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ພົບປະກັບບັນດາການນຳຂັ້ນສູງອື່ນ. ຄະນະຈະມີການແລກປ່ຽນກັບປະຊາຄົມວິສາຫະກິດ ຝລັ່ງ ແລະ ຢ້ຽມຢາມໜຶ່ງໃນບັນດາໂຄງການເສດຖະກິດພົ້ນເດັ່ນຂອງການພົວພັນ ຝລັ່ງ - ຫວຽດນາມ, ນັ້ນແມ່ນເສັ້ນທາງລົດໄຟເຂດຕົວເມືອງເລກ 3 ຂອງ ຮ່າໂນ້ຍ, ໂດຍ ຝລັ່ງ ອຸປະຖຳ ແລະ ແມ່ນບໍລິສັດຮ່ວມທຸລະກິດຂອງ ຝລັ່ງ ປະຕິບັດ. ທ່ານປະທານສະພາສູງ ຝລັ່ງ ຈະເຂົ້າຮ່ວມພິທີເປີດສະຫຼອງຮາກຖານໃໝ່ຂອງສະຖາບັນ ຝລັ່ງ ປະຈຳ ຮ່າໂນ້ຍ, ເຊິ່ງເປັນສະຖານທີ່ມີຄວາມເອກອ້າງທະນົງໃຈຍ້ອນມີສີສັນຂອງພື້ນຖານວັດທະນະທຳ ຝລັ່ງ ແລະ ຂອງປະຊາຄົມໃຊ້ພາສາ ຝລັ່ງ.

ນອກຈາກນັ້ນ,ທ່ານປະທານສະພາສູງຝລັ່ງ ຈະປຸກລະດົມກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຝລັ່ງ - ຫວຽດນາມ (1973-2023).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top