ພາຍຫຼັງເກືອບ 3 ເດືອນ (ແຕ່ວັນທີ 15 ມີນາ ມາຮອດປັດຈຸບັນ) ທີ່ໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ໄດ້ຍູ້ແຮງການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່-ນາມສະກຸນ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາກຳລັງໄດ້ຊອກຫາ, ເຕົ້າໂຮມໄດ້ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຈຳນວນ 1.109 ຊຸດ.
ທະຫານເຂດ 4 ກວດກາວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: qdnd.vn)
ຕາມຫ້ອງການຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່-ນາມສະກຸນ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພາຍຫຼັງເກືອບ 3 ເດືອນ (ແຕ່ວັນທີ 15 ມີນາ ມາຮອດປັດຈຸບັນ) ທີ່ໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ໄດ້ຍູ້ແຮງການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່-ນາມສະກຸນ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາກຳລັງໄດ້ຊອກຫາ, ເຕົ້າໂຮມໄດ້ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຈຳນວນ 1.109 ຊຸດ.
ກະຊວງປ້ອງກັນປະເທດ ຫວຽດນາມ ສືບຕໍ່ຮັກສາການເຄື່ອນໄຫວຂອງ 24 ໜ່ວຍງານຊອກຫາ, ເຕົ້າໂຮມອັດຖິ (ຫວຽດນາມ 5 ໜ່ວຍງາມ, ລາວ 8 ໜ່ວຍງານ ແລະ ກຳປູເຈຍ 11 ໜ່ວຍງານ); ພ້ອມທັງ, ສຳຫຼວດກວດຄືນ, ສະເໜີສ້າງຕັ້ງບັນດາໜ່ວຍງານຊົ່ວຄາວຊອກຫາ, ເຕົ້າໂຮມອັດຖິ; ຮັບປະກັນດ້ານງົບປະມານ, ເຄື່ອງອຸປະກອນ, ພາຫະນະຮັບໃຊ້ໜ້າທີ່ຊອກຫາ, ເຕົ້າໂຮມ ແລະ ເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຕາມຂໍ້ມູນຈາກກະຊວງຕຳຫຼວດ ຫວຽດນາມ ແລ້ວ, ທາງກະຊວງພວມປັບປຸງແຜນການ “ເປີດບັ້ນເຄື່ອນໄຫວຈຸດສູງຜັນຂະຫຍາຍການເກັບຕົວຢ່າງ AND ຍາດພີ່ນ້ອງຂອງນັກຮົບທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ” ໃຫ້ສົມບູນແບບ, ຄາດວ່າ ຈະຜັນຂະຫຍາຍໃນທົ່ວປະເທດແຕ່ວັນທີ 20 ມິຖຸນາ ຫາວັນທີ 20 ກໍລະກົດ 2027 ດ້ວຍຈຳນວນ 250.000 ຕົວຢ່າງ.
(ແຫຼ່ງຄັດຈາກ VOV)