ຂ່າວສານ

ບັ້ນ​ເຄື່ອນ​ໄຫວ​ 500 ວັນ​ ແລະ ຄືນ: ເຕົ້​າ​ໂຮມ​ອັດ​ຖິ​ນັ​ກ​ຮົ​ບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 1.100 ຊຸດ

ພາຍຫຼັງ​ເກືອບ 3 ເດືອນ (ແຕ່​ວັນ​ທີ 15 ມີ​ນາ ມາ​ຮອດ​ປັດ​ຈຸ​ບັນ) ທີ່​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ ໄດ້​ຍູ້​ແຮງ​ການ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່-ນາມ​ສະ​ກຸນ ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ກຳ​ລັງ​ໄດ້​ຊອກ​ຫາ, ເຕົ້າ​ໂຮມ​ໄດ້​ອັດ​ຖິຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຈຳ​ນວນ 1.109 ຊຸດ.
  ທະ​ຫານ​ເຂດ 4 ກວດກ​າ​ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ພາບ: qdnd.vn)  

ຕາມ​ຫ້ອງ​ການ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່-ນາມ​ສະ​ກຸນ​ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ພາຍຫຼັງ​ເກືອບ 3 ເດືອນ (ແຕ່​ວັນ​ທີ 15 ມີ​ນາ ມາ​ຮອດ​ປັດ​ຈຸ​ບັນ) ທີ່​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ ໄດ້​ຍູ້​ແຮງ​ການ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່-ນາມ​ສະ​ກຸນ ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ກຳ​ລັງ​ໄດ້​ຊອກ​ຫາ, ເຕົ້າ​ໂຮມ​ໄດ້​ອັດ​ຖິຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຈຳ​ນວນ 1.109 ຊຸດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ​ສືບ​ຕໍ່​ຮັກ​ສາ​ການ​ເຄື່ອນ​ໄຫວ​ຂອງ 24 ໜ່ວຍ​ງານ​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ (ຫວຽດ​ນາມ 5 ໜ່ວຍ​ງາມ, ລາວ 8 ໜ່ວຍ​ງານ ແລະ ກຳ​ປູ​ເຈຍ 11 ໜ່ວຍ​ງານ); ພ້ອມ​ທັງ, ສຳຫຼວດກວດ​ຄືນ, ສະ​ເໜີ​ສ້າງ​ຕັ້ງ​ບັນ​ດາ​ໜ່ວຍ​ງານຊົ່ວ​ຄ​າວ​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​; ຮັບ​ປະ​ກັນ​ດ້ານ​ງົບ​ປະ​ມານ, ເຄື່ອງ​ອຸ​ປະ​ກອນ, ພາ​ຫະ​ນະ​ຮັບ​ໃຊ້​ໜ້າ​ທີ່​ຊອກ​ຫາ, ເ​ຕົ້າ​ໂຮມ ແລະ ເກັບ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ຕາມ​ຂໍ້​ມ​ູນ​ຈາກ​ກະ​ຊວງ​ຕ​ຳຫຼວດ ຫວຽດ​ນາມ ແລ້ວ, ທາງ​ກະ​ຊວງ​ພວມ​ປັບ​ປຸງ​ແຜນ​ການ “ເປີດ​ບັ້ນ​ເຄື່ອນ​ໄຫວ​ຈຸດ​ສູງ​ຜັນ​ຂະ​ຫຍາຍ​ການ​ເກັບ​ຕົວ​ຢ່າງ AND ຍາດ​ພີ່​ນ້ອງ​ຂອງ​ນັກ​ຮົບ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຂໍ້​ມູນ” ໃຫ້​ສົມ​ບູນ​ແບບ, ຄາດ​ວ່າ ຈະ​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ປະ​ເທ​ດ​ແຕ່​ວັນ​ທີ 20 ມິ​ຖຸ​ນາ ຫາ​ວັນ​ທີ 20 ກໍ​ລະ​ກົດ 2027 ດ້ວຍ​ຈຳ​ນວນ​ 250.000 ຕົວ​ຢ່າງ.


top