• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ຂອງ​ສັບ​ປະ​ດາ ອາ​ຊຽນ ຢູ່ ເມກຊີ​ໂກ

ໂດຍໄດ້ດຳເນີນແຕ່ວັນທີ 15 – 19 ເມສາ, ສັບປະດາ ອາຊຽນ ຢູ່ ເມກຊີໂກນອນໃນລະບົບການເຄື່ອນໄຫວພົວພັນຕ່າງປະເທດຂອງຄະນະກຳມະການ ອາຊຽນ ປະຈຳ ເມກຊີໂກ (ACMC) ເວົ້າລວມ ແລະ ອົງການນິຕິບັນຍັດ ເມກຊີໂກ ເວົ້າສະເພາະ.
ສັບປະດາ ອາຊຽນ ຈັດຂຶ້ນຢູ່ສຳນັກງານສະພາຕ່ຳ ເມກຊີໂກ (ພາບ: TTXVN)

ບັນດາຈຸດວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ເປັນເອກະລັກຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ແຜ່ກະຈາຍໃນເຫດການສັບປະດາ ອາຊຽນ ເຊິ່ງພວມດຳເນີນຢູ່ສຳນັກງານສະພາຕ່ຳເມກຊີໂກ. ໂດຍໄດ້ດຳເນີນແຕ່ວັນທີ 15 – 19 ເມສາ, ເຫດການດັ່ງກ່າວນອນໃນລະບົບການເຄື່ອນໄຫວພົວພັນຕ່າງປະເທດຂອງຄະນະກຳມະການ ອາຊຽນ ປະຈຳ ເມກຊີໂກ (ACMC) ເວົ້າລວມ ແລະ ອົງການນິຕິບັນຍັດ ເມກຊີໂກ ເວົ້າສະເພາະ.

ກ່າວຄຳເຫັນຢູ່ເຫດການທີ່ດຶງດູດສະມາຊິກສະພາຕ່ຳ ພ້ອມດ້ວຍບັນດາຄະນະທຸຕານຸທູດເປັນຈຳນວນຫຼາຍນັ້ນ, ທ່ານປະທານສະພາຕ່ຳ Marcela Guerra Castillo ຕີລາຄາສູງຄວາມມານະພະຍາຍາມຂອງ ACMC ໃນການສົມທົບຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້, ຖືນີ້ແມ່ນການພະຍານຫຼັກຖານແກ່ການພົວພັນທີ່ນັບມື້ນັບສະໜິດສະໜົມລະຫວ່າງ ເມກຊີໂກ ແລະ ອາຊຽນ.

ສັບປະດາ ອາຊຽນ ຢູ່ສະພາຕ່ຳ ເມກຊີໂກ ລວມມີຫຼາຍກິດຈະກຳໂຄສະນາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດສະມາຊິກ ອາຊຽນ ເຊັ່ນລາຍການສະແດງສິລະປະພື້ນເມືອງ, ອາຫານພື້ນເມືອງ ແລະ ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top