• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ນໍ້າຫວານ ມັນຕົ້ນ

ລາຍການ ນຳ້ຫວານມັນຕົ້ນ ມີສີໝາກກະເບົາ ຂອງ ນໍ້າຕານ, ນໍ້າໃສ, ມັນຕົ້ນອ່ອນເປື່ອຍ, ມີກິ່ນຫອມ ທີ່ເປັນເອກະລັກ ຂອງ ຂີງ, ຂອງ ແປ້ງມັນສະຄູ, ໝາກພ້າວຂູດ ແລະ ລົດຊາດຫວານ ອ່ອນໆ ແມ່ນເຍື່ອງອາຫານແກ້ຫີວນໍ້າ ທີ່ດີເລີດ ໃນເວລາລະດູ ຮ້ອນ ທີ່ກຳລັງ ວຽນມາເຖິງ. 

ມັນຕົ້ນ ຖືວ່າ ເປັນສະບຽງອາຫານ ຂອງ ເຂດຊົນນະບົດ ຫວຽດ ນາມ, ຄືກັນກັບມັນທຸກຊະນິດ, ຖົ່ວດິນ, ສາລີ... ຢູ່ຕາມເຂດ ຕ່າງໆ ຈະມີຊື່ເອີ້ນຕ່າງກັນ. ມັນຕົ້ນ ຖືກເກັບກູ້ ໃນລະດູໜາວ ຕໍ່ລະດູບານໃໝ່ ແລະ ນໍ້າຫວານມັນຕົ້ນແມ່ນ ປະເພດ ຂອງ ຫວານ ທີ່ໄດ້ຮັບຄວາມນິຍົມ ຈາກຊາວ ຫວຽດນາມ. 

  ນຳ້ຫວານ ມັນຕົ້ນ-ຢາພື້ນເມືອງຢູ່ເຂດຊົນນະບົດ ຫວຽດນາມ
 ວັດຖຸປະກອບ ສຳລັບການປຸງແຕ່ງ ນຳ້ຫວານ ມັນຕົ້ນ ລວມມີ ມັນຕົ້ນ, ຂີງ, ນຳ້ຕານ ແລະ ໝາກພ້າວ. 

ຕາມບົດຮຽນທີ່ຖືກເຜີຍແຜ່ໃນໝູ່ປະຊາຊົນ, ມັນຕົ້ນ ທີ່ເລືອກ ມາ ປຸງແຕ່ງເປັນຂອງຫວານ ແມ່ນປະເພດມັນຕົ້ນເປື່ອຍ (ສີຂາວ), ຫຼັງຈາກປອກເປືອກ, ຕັດເປັນທ່ອນຮູບທໍ່ ແລ້ວຈະນຳ ໄປຕົ້ມ ກັບເກືອເລັກນ້ອຍ, ເອົາເສັ້ນໃຍໃຈກາງອອກ ແລະ ຕັດເປັນ ປ່ຽງພໍດີຄໍາ. ຕໍ່ໄປ, ໃຊ້ນໍ້າຕານ ທີ່ຂ້ຽວ ຈາກນໍ້າອ້ອຍ ຕາກຈົນແຫ້ງ ຕົ້ມກັບນໍ້າ, ຄົນເພື່ອເຮັດໃຫ້ນໍ້າຕານລະລາຍ, ຈາກນັ້ນ ຕື່ມຂີງໜ້ອຍໜຶ່ງເພື່ອໃຫ້ມີລົດຊາດທີ່ອົບອຸ່ນ. ສຸດທ້າຍ, ເອົາປ່ຽງມັນຕົ້ນ ລົງໃສ່ໝໍ້ ແລ້ວຕົ້ມໃຫ້ຟົດດ້ວຍໄຟຄ່ອຍໆ. ເພື່ອໃຫ້ ນໍ້າຫວານມັນຕົ້ນ ມີຄວາມຂຸ້ນໜຽວ ອາດຈະໃຊ້ ແປ້ງມັນ ສະຄູ ປະສົມກັບນໍ້າ ໜ້ອຍໜຶ່ງ ແລ້ວເທລົງໃສ່ໝໍ້ນໍ້າຫວານ ເພ່ືອ ໃຫ້ມີຄວາມ ຂຸ້ນໜຽວ ຕາມທີ່ຕ້ອງການ. 

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top