• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳຊຸດເສື້ອຍາວ ຫວຽດນາມ ອອກສູ່ໂລກ

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ແມ່ນການເຄື່ອນໄຫວເພື່ອຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ທ່ອງທ່ຽວທົ່ວປະເທດເວົ້າລວມ
  ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ໄດ້ດຳເນີນຢູ່ ຮ່າໂນ້ຍ (ພາບ: hanoimoi.com.vn)  

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ໄດ້ດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 02-04 ທັນວາ. ລາຍການໄດ້ຈັດຂຶ້ນເພື່ອແນໃສ່ເຊີດຊູຊຸດເສື້ອຍາວທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ, ປະກອບສ່ວນສ້າງຄວາມດຶດດູດໃຈຕໍ່ແຂກທ່ອງທ່ຽວ ທີ່ມາຢ້ຽມຢາມນະຄອນຫຼວງ. ຜ່ານນັ້ນ, ກໍ່ເພື່ອສົ່ງສານກ່ຽວກັບຊຸດເສື້ອຍາວ ຫວຽດນາມ - “ທູດວັດທະນະທຳ” ຄ່ອຍໆກາຍເປັນ “ທູດທ່ອງທ່ຽວ”, ເຊີດຊູຄຸນຄ່າວັດທະນະທຳ, ມູນເຊື້ອຂອງ ຫວຽດນາມ.

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ແມ່ນການເຄື່ອນໄຫວເພື່ອຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ທ່ອງທ່ຽວທົ່ວປະເທດເວົ້າລວມ, ດຶງດູດແຂກທ່ອງທ່ຽວກັບມາທ່ຽວນະຄອນຫຼວງຄືນໃໝ່ ພາຍຫຼັງໄລຍະ 2 ປີທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19…

ການປະສານສົມທົບລະຫວ່າງສຽງດົນຕີ, ແສງສີ ແລະ ການສະແດງຊຸດເສື້ອຍາວຂອງ 3 ເຂດພາກເໜືອ - ພາກກາງ - ພາກໃຕ້ ຂອງ ຮ່າໂນ້ຍ - ເຫ້ວ - ນະຄອນ ໂຮ່ຈີມິນ ໄດ້ນຳມາເຊິ່ງການສະແດງທີ່ປະທັບໃຈຕໍ່ຜູ້ຊົມ. ພິເສດ, ການສະແດງຊຸດເສື້ອຍາວຂອງບັນດາວິສາຫະກິດທ່ອງທ່ຽວ, ບໍລິສັດການບິນ, ໂຮງແຮມ… ກໍ່ແມ່ນຈຸດພົ້ນເດັ່ນຂອງລາຍການ, ໄດ້ສົ່ງສານກ່ຽວກັບການທ່ອງທ່ຽວ ຫວຽດນາມ ເວົ້າລວມ ແລະ ທ່ອງທ່ຽວ ຮ່າໂນ້ຍ ເວົ້າສະເພາະ. ນັ້ນແມ່ນນຳພາບພົດຂອງຊຸດເສື້ອຍາວ ຫວຽດນາມ ຈາກການເປັນ “ທູດວັດທະນະທຳ” ຄ່ອຍໆໃຫ້ກາຍເປັນ “ທູດທ່ອງທ່ຽວ” ແລະ ແມ່ນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ, ຫວຽດນາມ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຊຸດເສື້ອຍາວແມ່ນຊຸດອາພອນທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ, ມີປະຫວັດສາດມາແຕ່ດົນນານແລ້ວ. ເລື່ອງເຊີດຊູຊຸດເສື້ອຍາວ ກໍຄືນຳເອົາຊຸດເສື້ອຍາວ, ບັນດາຄຸນຄ່າຂອງຊຸດເສື້ອຍາວ, ວັດທະນະທຳຊຸດເສື້ອຍາວອອກມາຂຸດຄົ້ນ, ເສີມຂະຫຍາຍ, ພັດທະນາວັດທະນະທຳຊຸດເສື້ອຍາວ ກໍແມ່ນຜະລິດຕະພັນເຊິ່ງພວກຂ້າພະເຈົ້າປາດຖະໜາຢາກນຳອອກມາຂຸດຄົ້ນ, ພັດທະນາການທ່ອງທ່ຽວ, ໂຄສະນາ, ແນະນຳຜະລິດຕະພັນຊຸດເສື້ອຍາວໃຫ້ເພື່ອນມິດທັງຢູ່ພາຍໃນ ແລະ ແຂກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍ. ຜ່ານເຫດການນີ້, ໄດ້ປະກອບສ່ວນດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ຮ່າໂນ້ຍ, ມາຢ້ຽມຢາມ ຫວຽດນາມ ຫຼາຍກວ່າອີກ”.

ດ້ວຍຄວາມປາດຖະໜານຳຊຸດເສື້ອຍາວໃຫ້ກາຍເປັນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງການທ່ອງທ່ຽວ, ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2022 ໄດ້ຈັດຮ້ານວາງສະແດງ 50 ຮ້ານທີ່ໄດ້ມາດຕະຖານ, ມີຫຼາຍຮູບຫຼາຍສີ, ເປັນສັນຍາລັກໃຫ້ບັນດາຊຸດເສື້ອຍາວທີ່ເປັນມູນເຊື້ອຊອງຊາດ ເຊິ່ງໄດ້ຈັດຢູ່ຕາມຖະໜົນ ດິງຕຽນຮ່ວາງ. ສິ່ງທີ່ໜ້າສົນໃຈແມ່ນ, ລາຍການສະແດງສິລະປະ ແລະ ສະແດງຊຸດເສື້ອຍາວຂອງສະຫະພັນແມ່ຍິງນະຄອນ ຮ່າໂນ້ຍ ເຊິ່ງແມ່ນການເຄື່ອນໄຫວສະແດງ ແລະ ເດີນຂະບວນມີຂອບຂະໜາດໃຫຍ່, ສ້າງຄວາມປະທັບໃຈດ້ວຍການນຸ່ງຊຸດເສື້ອຍາວ, ອັນໄດ້ດຶງດູດແມ່ຍິງມາຈາກບັນດາກຸ່ມ, ອົງການຈັດຕັ້ງ, ຄອບຄົວ 700 ຄົນ.

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ກໍ່ແມ່ນໂອກາດເພື່ອໂຄສະນາ, ແນະນຳ, ພົບປະແລກປ່ຽນ, ຮ່ວມມື ພ້ອມກັນພັດທະນາລະຫວ່າງບັນດາວິສາຫະກິດທ່ອງທ່ຽວຂອງນະຄອນ ຮ່າໂນ້ຍ ກັບນັກສິລະປະການ ແລະ ນັກອອກແບບແຟຊັນຊຸດເສື້ອຍາວສຳລັບຜູ້ຊາຍ. ເຂົ້າຮ່ວມງານບຸນນີ້, ທ່ານນາງ ເລທິລານເຮືອງ, ນັກສິລະປະການດີເດັ່ນ, ນັກອອກແບບແຟຊັນ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າ, ນີ້ແມ່ນບາດກ້າວໃໝ່, ຊ່ວຍໃຫ້ຊຸດອາພອນຂອງ ຫວຽດນາມ ກໍ່ຄືຊຸດເສື້ອຍາວ ຮ່າໂນ້ຍ, ນັກອອກແບບໜຸ່ມ ຫວຽດນາມ ມີກາລະໂອກາດຫຼາຍຢ່າງ ເພື່ອພັດທະນາ ແລະ ນຳຊຸດເສື້ອຍາວ ຫວຽດນາມ ເປັນໂລກາພິວັດ. Festival ຊຸດເສື້ອຍາວ ຮ່າໂນ້ຍ ຄັ້ງນີ້ ຈະດຶງດູດຄວາມສົນໃຈຂອງຜູ້ມັກຮັກແຟຊັນຢູ່ພາຍໃນປະເທດເວົ້າລວມ ແລະ ຜູ້ມັກຮັກແຟຊັນຂອງ ຮ່າໂນ້ຍ ເວົ້າສະເພາະ. ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຫວັງວ່າ, ຊຸດເສື້ອຍາວຂອງ ຮ່າໂນ້ຍ ຈະບືນຕົວອອກສູ່ໂລກ”.

  ການສະແດງສິລະປະ ແລະ ສະແດງຊຸດເສື້ອຍາວ (ພາບ: hanoimoi.com.vn)  

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ ປີ 2022 ແມ່ນການເຄື່ອນໄຫວວັດທະນະທຳ - ທ່ອງທ່ຽວ ດຶງດູດຄວາມສົນໃຈຂອງຊາວ ຮ່າໂນ້ຍ ເປັນຈຳນວນຫຼາຍ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມທັງແມ່ນການເຄື່ອນໄຫວຜູກມັດລະຫວ່າງແຟຊັນ ກັບການທ່ອງທ່ຽວ. ທ່ານ ຫງວຽນຮົ່ງມິນ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ຮ່າໂນ້ຍ, ຢືນຢັນວ່າ:

“ຜ່ານລາຍການ, ທາງນະຄອນຕັ້ງຄວາມຫວັງຢາກກະຕຸ້ນບັນດາການເຄື່ອນໄຫວດ້ານການທ່ອງທ່ຽວຂອງນະຄອນເວົ້າສະເພາະ, ຫວຽດນາມ ເວົ້າລວມ. ສຳລັບການທ່ອງທ່ຽວ, ເມື່ອແຂກທ່ອງທ່ຽວກັບຄືນມາທ່ຽວຢູ່ ຮ່າໂນ້ຍ ຄືນໃໝ່ນັ້ນ ມັນຈະສ້າງກຳລັງໜູນໃຫ້ແກ່ບັນດາຂະແໜງ, ຂົງເຂດອື່ນພ້ອມກັນຟື້ນຟູພັດທະນາ. ທີ 2 ແມ່ນອະນຸລັກຮັກສາ, ເສີມຂະຫາຍຄຸນຄ່າວັດທະນະທຳຂອງຊຸດເສື້ອຍາວ, ໃນນັ້ນໄດ້ຕິດພັນກັບການເຄື່ອນໄຫວດ້ານການທ່ອງທ່ຽວ. ພິເສດ, ເຫດການນີ້ກໍ່ເພື່ອຕອບສະໜອງ 1 ປີແຫ່ງວັນຈັດກອງປະຊຸມວັດທະນະທຳທົ່ວປະເທດ ເຊິ່ງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານ”.

ດ້ວຍບົດບາດເປັນໜຶ່ງໃນບັນດາສູນທ່ອງທ່ຽວໃຫຍ່ຂອງທົ່ວປະເທດ, ຮ່າໂນ້ຍ ໄດ້ປະກອບສ່ວນສຳຄັນໃຫ້ແກ່ການຟື້ນຟູ ແລະ ພັດທະນາຂະແໜງທ່ອງທ່ຽວ. ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2022 ແມ່ນໜຶ່ງໃນບັນດາຂີດໝາຍຂອງການທ່ອງທ່ຽວ ຮ່າໂນ້ຍ ພາຍຫຼັງໂລກລະບາດໂຄວິດ-19, ໄດ້ປະກອບສ່ວນເສີມຂະຫຍາຍ, ແຜ່ຂະຫຍາຍສີສັນວັດທະນະທຳຊຸດເສື້ອຍາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top