ຫວຽດນາມ ຍາມໃດກໍຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ; ຮັບປະກັນຜົນປະໂຫຍດອັນຊອບທຳໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ; ຮັບຟັງຄຳເຫັນປະກອບ ພ້ອມກັນແກ້ໄຂບັນດາຂໍ້ຕິດຄັດເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຍົກສູງປະສິດທິຜົນການຮ່ວມມື.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາຊຽນ (ພາບ:TTXVN)
ຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ສ.ເກົາຫຼີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ບັນດາວິສາຫະກິດ ສ.ເກົາຫຼີ ສືບຕໍ່ເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ແລະ ຖື ຫວຽດນາມ ແມ່ນສະຖານທີ່ຜະລິດ, ລົງທຶນ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຫຼາກຫຼາຍຜະລິດຕະພັນຢ່າງເລິກເຊິ່ງກວ່າອີກ; ປະກອບສ່ວນຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມ; ປະກອບສ່ວນສ້າງແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງ… ພິເສດແມ່ນລົງທຶນເຂົ້າອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ, ນະວັດຕະກຳ, ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີສີຂຽວ, ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ…
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ່ງຢືນວ່າ ຫວຽດນາມ ຍາມໃດກໍຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ; ຮັບປະກັນຜົນປະໂຫຍດອັນຊອບທຳໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ; ຮັບຟັງຄຳເຫັນປະກອບ ພ້ອມກັນແກ້ໄຂບັນດາຂໍ້ຕິດຄັດເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຍົກສູງປະສິດທິຜົນການຮ່ວມມື. ທ່ານນາຍົກລັດຖະມົນຕີ ຖືວ່າ ການລົງທຶນຕ້ອງພັດທະນາ, ລົງທຶນຕ້ອງມີຜົນປະໂຫຍດ, ການລົງທຶນເພື່ອນັບມື້ນັບເຕີບໃຫຍ່ຂຶ້ນ, ອີງໃສ່ບັນດາພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເພື່ອພ້ອມກັນເຮັດ, ພ້ອມກັນຊະນະ, ພ້ອມກັນຊົມໃຊ້, ກົມກ່ຽວທາງດ້ານຜົນປະໂຫຍດ, ແບ່ງປັນຄວາມສ່ຽງ, ນຳມາເຊິ່ງປະສິດທິພາບດີກວ່າ, ຄວາມເຂົ້າໃຈເລິກເຊິ່ງກວ້າງຂວາງກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ສອງປະເທດ,ສອງຊາດ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາຊຽນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາວິສາຫະກິດ ອາຊຽນ ປະຕິບັດ 5 ບັນຫາ, ລວມມີ: ການເມືອງການຕ່າງປະເທດສາມັກຄີເອກະພາບກວ່າ; ຮ່ວມມືກັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນກວ່າ; ຈິນຕະນາການຢ່າງກ້າຫານ, ປ່ຽນແປງໃໝ່ຢ່າງແຮງກວ່າເກົ່າ; ຍົກອອກຫຼາຍມາດຕະການທີ່ມີຫົວຄິດປະດິດສ້າງ, ສອດຄ່ອງກັບຄວາມຕ້ອງການຕົວຈິງຫຼາຍກວ່າອີກ; ຜັນຂະຫຍາຍການກະທຳໃຫ້ຂ້ຽວຂາດກວ່າ. ຈາກນັ້ນ ຊອກຫາບັນດາມາດຕະການເພື່ອຮັບມືຢ່າງມີໄຫວພິບ, ປະສິດທິຜົນກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດເອງ ແລະ ປະຊາຊົນ, ປະເທດຊາດ ແລະ ການພົວພັນ ຫວຽດນາມ ກັບແຕ່ລະປະເທດສະມາຊິກ ອາຊຽນ ແລະ ທັງປະຊາຄົມ ອາຊຽນ ເວົ້າລວມ.