• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທນກອງ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ຮັບ​ປະ​ກັນ ການ​ຈັດ​ຕັ້ງ APEC 2027 ຢູ່​ຝຸກວັກ

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງແຂວງກຽນຢາງ ຕ້ອງສັບຊ້ອນເວລາ, ວຽກງານ, ກຳນົດຢ່າງຈະແຈ້ງຂອບຂະໜາດ, ເປົ້າໝາຍຂອງບັນດາໂຄງການຮັບໃຊ້ APEC, ບົນພື້ນຖານເຄົາລົບການວາງແຜນຜັງລວມທີ່ມີຢູ່ແລ້ວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທນກອງປະຊຸມກ່ຽວກັບວຽກງານກະກຽມຮັບປະກັນການຈັດຕັ້ງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ໃນປີ 2027 ຢູ່ນະຄອນ ຝຸກວັກ, ແຂວງ ກຽນຢາງ.

ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30 ດ້ວຍຫົວຂໍ້ “ເຊື່ອມຕໍ່, ສ້າງບັນດາພື້ນຖານເສດຖະກິດກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຈະແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນຖານະບົດບາດຂອງ ຫວຽດນາມໃນພາກພື້ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຝຸກວັກກາຍເປັນສູນການຮ່ວມມືເສດຖະກິດ, ສັງຄົມ ແລະ ພົບປະແລກປ່ຽນທົ່ວໂລກ. ການຕ້ອນຮັບຜູ້ແທນ, ການນຳຂັ້ນສູງ ແລະ ນັກທຸລະກິດນັບພັນຄົນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ຄາດວ່າຈະດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາຝຸກວັກ, ຊຸກຍູ້ບັນດາຂະແໜງເສດຖະກິດຈຸດສຸມຄື: ການທ່ອງທ່ຽວ, ອະສັງຫາລິມະຊັບ, ການຂາຍຍ່ອຍ ແລະ ການບໍລິການ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງແຂວງກຽນຢາງ ຕ້ອງສັບຊ້ອນເວລາ, ວຽກງານ, ກຳນົດຢ່າງຈະແຈ້ງຂອບຂະໜາດ, ເປົ້າໝາຍຂອງບັນດາໂຄງການຮັບໃຊ້ APEC, ບົນພື້ນຖານເຄົາລົບການວາງແຜນຜັງລວມທີ່ມີຢູ່ແລ້ວ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ມະຕິກໍ່ຮຽກຮ້ອງບັນດາປະເທດມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ.

Top