ການນຳບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ ຂອງອາເມລິກາ ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ແມ່ນຈຸດນັດພົບທີ່ດູດດື່ມໃນໂລກ, ຕ່ອງໂສ້ສຳຄັນໃນລະບົບສະໜອງທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)
ຕອນເຊົ້າວັນທີ 1 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດອາເມລິກາ. ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງ, ອົງການສູນກາງ, ທ່ານອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Courtney Beale; ພ້ອມກັບສະຫະສະມາຄົມ, ກຸ່ມບໍລິສັດ, ບໍລິສັດໃຫຍ່ດີເດັ່ນ ຈຳນວນໜຶ່ງຂອງທັງສອງປະເທດ.
ທີ່ການໂອ້ລົມສົນທະນາ, ການນຳບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ ຂອງອາເມລິກາ ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ແມ່ນຈຸດນັດພົບທີ່ດູດດື່ມໃນໂລກ, ຕ່ອງໂສ້ສຳຄັນໃນລະບົບສະໜອງທົ່ວໂລກ. ບັນດາວິສາຫະກິດຖືວ່າ ການຍົກລະດັບການພົວພັນ ອາມລິກາ - ຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ໄດ້ສ້າງສັນຍານທີ່ຕັ້ງໜ້າກ່ຽວກັບ ການປ່ຽນແປງໃຫຍ່ໃນການຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນຫຼາຍຂົງເຂດໃຫ້ມີຄວາມສະດວກ ແລະ ປາດຖະໜາຢາກເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
ພວກຂ້າພະເຈົ້າປາດຖະໜາບັນດາບາງບັນຫາຄືດັ່ງນີ້. ທີໜຶ່ງແມ່ນປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດພວກເຮົາໃຫ້ນັບມື້ນັບດີງາມກ່ວາເກົ່າ, ນັບມື້ນັບມີປະສິດທິຜົນກ່ວາ. ທີສອງແມ່ນເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ພິເສດແມ່ນການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບວິທະຍາສາດ, ນະວັດຕະກຳ ບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ. ທີສາມສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດສອງປະເທດສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ທີສີ່, ສະເໜີປະຊາຄົມວິສາຫະກິດອາເມລິກາ ມີສຽງເວົ້າຕໍ່ອຳນາດການປົກຄອງໃໝ່ຂອງທ່ານປະນາທິບໍດີ Donald Trump ຮັບຮູ້ພື້ນຖານເສດຖະກິດຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ.
(ແຫຼ່ງຄັດຈາກ VOV)