• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ເພື່ອ​ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ຢູ່ກອງ​ປະ​ຊຸມ BRICS

ກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ສືບຕໍ່ໄດ້ຮັບການດຳເນີນໃນວັນທີ 7 ກໍລະກົດ ດ້ວຍວາລະປະຊຸມສຸດຍອດກ່ຽວກັບຫົວຂໍ້ “ສິ່ງແວດລ້ອມ, COP30 ແລະ ສາທາລະນະສຸກທົ່ວໂລກ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນວາລະປະຊຸມ “ສິ່ງແວດລ້ອມ, COP30 ແລະ ສາທາລະນະສຸກທົ່ວໂລກ”

ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນບາງຂໍ້ເໜີສຳຄັນ. ໃນນັ້ນ ມີເລື່ອງຊຸກຍູ້ການສ້າງຄວາມຮັບຮູ້ລວມ, ວິທີການສຳຜັດລວມທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ. ບັນດາປະເທດພັດທະນາມີຄວາມຮັບຜິດຊອບປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການເງິນ, ການຖ່າຍທອດເຕັກໂນໂລຢີ, ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາປະເທດຕ້ອງຍູ້ແຮງການຮ່ວມມືພັດທະນາເຕັກໂນໂລຢີສີຂຽວ, ພື້ນຖານໂຄງລ່າງດີຈີຕອນ, ແບ່ງປັນພູມປັນຍາ, ຜ່ານນັ້ນ ກໍຮັດແຄບໄລຍະຫ່າງພັດທະນາລະຫວ່າງບັນດາປະເທດ.

        “ດ້ວຍຄວາມເຊື່ອໝັ້ນ “ບໍ່ມີສິ່ງແວດລ້ອມໃດປ່ຽນແທນໜ່ວຍໂລກໄດ້”, “ບໍ່ມີສິ່ງໃດລ້ຳຄ່າກວ່າສຸຂະພາບ ແລະ ຊີວິດອິນຊີ” ແລະ “ບໍ່ມີບ່ອນອີງໃດທີ່ໝັ້ນແກ່ນກວ່າບ່ອນອີງແຫ່ງມະນຸດ. ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ BRICS ແລະ ບັນດາປະເທດມານະພະຍາຍາມປະຕິບັດບັນດາເປົ້າໝາຍຄວາມເປັນກາງທາງກາກບອນ, ກໍຄືມີການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ, ມີຄວາມຮັບຜິດຊອບໃນບັນດາກົນໄກຮ່ວມມືທົ່ວໂລກກ່ຽວກັບສິ່ງແວດລ້ອມ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສາທາລະນະສຸກ. ມີພຽງແຕ່ຄວາມສາມັກຄີເປັນເອກະພາບ, ຮ່ວມແຮງຮ່ວມໃຈເຄື່ອນໄຫວ ຈິ່ງສາມາດສ້າງໜ່ວຍໂລກທີ່ແຂງແຮງ, ລະບົບນິເວດປອດໃສ, ໂລກວັດທະນາຖາວອນ ແລະ ມວນມະນຸດໄດ້ຮັບຄວາມຜາສຸກ”.

ວາລະປະຊຸມດັ່ງກ່າວກໍເປັນວາລະສຸດທ້າຍອັດກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025.

        ເນື່ອງໃນໂອກາດນີ້, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະໂອ້ລົມກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽນ, ທ່ານປະທານາທິບໍດີ ອູຣູກວາຍ Yamandu Orsi,  ທ່ານປະທານາທິບໍດີ ຈີເລ Gabriel Boric Font, ທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto  ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres.

ຮອດຕອນຄ່ຳຂອງວັນດຽວກັນຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Rio de Janeiro, ສາທາລະນະລັດ ສະຫະພັນ ບຣາຊິນ ກັບເມືອ ຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2025 ແລະ ການເຄື່ອນໄຫວສອງຝ່າຍຢູ່ ສ.ສະຫະພັນ ບຣາຊິນ ຢ່າງຈົບງາມ.

ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມສຸດຍອດ BRICS ປີ 2025 ໄດ້ສ້າງຂີດໝາຍບາດລ້ຽວສຳຄັນໃນການເປີດກວ້າງ ແລະ ປັບປຸງບົດບາດຂອງກຸ່ມ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນຊິກໂລກໃຕ້. ໃນກອງປະຊຸມປີນີ້, ມີ 3 ເນື້ອໃນສຳຄັນໄດ້ນຳມາປຶກສາຫາລືຢູ່ 3 ວາລະປະຊຸມຄົບຄະນະ, ເຊິ່ງລວມມີ: ສັນຕິພາບ, ຄວາມໝັ້ນຄົງ ແລະ ການປະຕິຮູບການບໍລິຫານທົ່ວໂລກ; ເພີ່ມທະວີລັດທິຫຼາຍຝ່າຍ, ບັນດາບັນຫາເສດຖະກິດ - ການເງິນ ແລະ ປັນຍາປະດິດ; ສິ່ງແວດລ້ອມ, ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 30) ແລະ ສຸຂະພາບທົ່ວໂລກ. ພິເສດ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບປັນຍາປະດິດ (AI) ແລະ ການເງິນໃຫ້ແກ່ດິນຟ້າອາກາດ, ພ້ອມທັງເນັ້ນໜັກເຖິງການຜັດສຳຢ່າງຍຸຕິທຳ, ເໝາະສົມກັບບັນດາເຕັກໂນໂລຢີໃໝ່ ແລະ ມາດຕະການດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top