• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ ຈັດ​ຕັ້ງ​ພິ​ທີ​ເປີດ​ນຳ​ໃຊ້, ລົງ​ມື​ກໍ່​ສ້າງ​ກິດ​ຈະ​ກຳ​ຕ່າງໆ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່

ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ປະກອບຄຳເຫັນແກ່ວຽກງານກະກຽມພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາກິດຈະກຳທີ່ມີຂອບຂະໜາດໃຫຍ່, ມີຄວາມໝາຍ, ຂ່ຳນັບຮອບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດ ຫວຽດນາມ. ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ, ເຊັ່ນ: ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ຖຶກຜົນເສຍຫາຍຈາກໄພພິບັດທຳມະຊາດຄັ້ງຜ່ານມາ. ຜ່ານນັ້ນ, ຢັ້ງຢືນເຖິງຄວາມໝາຍ, ວັດທະນະທຳມະນຸດຂອງເຫດການ ພ້ອມກັບການຊຸກຍູ້ການພັດທະນາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເຖິງວຽກງານຊ່ວຍເຫຼືອສັງຄົມ, “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”; ທັງໝົດເພື່ອການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ, ເພື່ອຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ

(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top