• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລົງກວດກາໂຄງການທາງດ່ວນ ເໜືອ-ໃຕ້

ຕອນເຊົ້າວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ລົງກວດກາໂຄງການຍ່ອຍໄມເຊີນ - ທາງຫຼວງ 45 ທີ່ຂຶ້ນກັບ ໂຄງການທາງດ່ວນເໜືອ-ໃຕ້ ກ້ຳຕາເວັນອອກ, ໄລຍະທີ 1.
  ທ່ານ ຟ້າມມິງຈີງ ໄດ້ລົງກວດກາໂຄງການຍ່ອຍໄມເຊີນ - ທາງຫຼວງ 45 ທີ່ຂຶ້ນກັບ ໂຄງການທາງດ່ວນເໜືອ-ໃຕ້ ກ້ຳຕາເວັນອອກ  

ໂດຍສືບຕໍ່ຜັນຂະຫຍາຍໂຄງການກວດກາ ແລະ ຊຸກຍູ້ການປະຕິບັດບັນດາໂຄງການ ແລະ ກິດຈະກຳຈຸດສຸມແຫ່ງຊາດ ຈາກເໜືອລົງຮອດໃຕ້ ໃນຕົ້ນປີໃໝ່, ຕອນເຊົ້າວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ລົງກວດກາໂຄງການຍ່ອຍໄມເຊີນ - ທາງຫຼວງ 45 ທີ່ຂຶ້ນກັບ ໂຄງການທາງດ່ວນເໜືອ-ໃຕ້ ກ້ຳຕາເວັນອອກ, ໄລຍະທີ 1; ຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ພາລະກອນ, ກຳມະກອນທີ່ພວມປະຕິບັດໂຄງການ ແລະ ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່.

ໃນການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ພະນັກງານ ແລະ ກຳມະກອນຢູ່ເຂດກໍ່ສ້າງອຸໂມງທົ່ງທິ່ຂຶ້ນກັບໂຄງການຢູ່ຕາແສງ ຮ່າລິງ, ເມືອງ ຮ່າຈຸງ, ແຂວງ ແທງຮ໋ວາ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ແກ້ໄຂຢ່າງທັນການບົນຫຼັກການກົມກ່ຽວທາງດ້ານຜົນປະໂຫຍດ. ໃນການກວດກາການກໍ່ສ້າງຂົວວິງອານ ນອນໃນຊ່ອງປະມູນ 13XL ຂອງໂຄງການ ໄມເຊີນ - ທາງຫຼວງ 45 ເຊື່ອມຕໍ່ຕາແສງວິງອານ, ເມືອງວິ້ງລົກ ຫາຕາແສງ ດິງກົງ, ເມືອງ ອຽນດິ່ງ, ແຂວງ ແທງຮ໋ວາ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜູ້ຮັບເໝົາກໍ່ສ້າງຄວນຍາດແຍ່ງເວລາທີ່ດິນຟ້າອາກາດອຳນວຍຄວາມສະດວກເພື່ອດຳເນີນການກໍ່ສ້າງ, ຮັບປະກັນຄວາມປອດໄພ, ຄວາມຄືບຫນ້າ, ຄຸນນະພາບ, ເຕັກນິກ, ບໍ່ປະໃຫ້ເກີດການສໍ້ລາດບັງຫຼວງແລະໄພຫຍໍ້ທໍ້.

 ນອກຈາກນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຍັງໄດ້ລົງກວດກາສະພາບການກໍ່ສ້າງທາງແຍກດົງຊວນ, ຢູ່ເມືອງ ດົ່ງເຊີນ, ແຂວງ ແທງຮ໋ວາ, ຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ໃໝ່ຢູ່ຕາແສງ ດົ່ງມິນ, ເມືອງ ດົ່ງເຊີນ, ແຂວງ ແທງຮ໋ວາ; ລົງກວດກາໂຄງການຍ່ອຍ ຢ້ຽນເຈົາ (ເຫງ້ອານ) - ບ໋າຍຫວອດ (ແຂວງ ຮ່າຕິ້ງ) ແລະ ຢ້ຽມຢາມ ອວຍພອນປີໃໝ່ພະນັກງານ, ກຳມະກອນ ແລະ ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top