• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາຍ​ວັນ​ຈິງ: ຂະ​ແໜງ​ທ່ອງ​ທ່ຽວ​ຕ້ອງ​ບຸກ​ທະ​ລຸ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຕອນເຊົ້າວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບຂະແໜງທ່ອງທ່ຽວ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ.
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ເປັນປະທານກອງປະຊຸມ

ໃນກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງຂະແໜງການກໍມີການວິເຄາະ ແລະ ນຳສະເໜີບັນດາມາດຕະການເພື່ອໃຫ້ ຫວຽດນາມ ດຶງດູດແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວສາກົນ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກໃນປີ 2026 ນັ້ນແມ່ນ ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 25 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍປະເທດ 150 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວຕ້ອງບຸກທະລຸໃນການພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕ GDP 2 ຕົວເລກໃນຊຸມປີຕໍ່ໄປ. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າຕ້ອງມີວິທີການສຳຜັດໃໝ່ ຫັນຈາກຈິນຕະນາການຟື້ນຟູໄປສູ່ຈິນຕະນາການເຕີບໂຕແບບແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ, ຕ້ອງມີມາດຕະການບຸກທະລຸ. ນັ້ນແມ່ນສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ແກ້ໄຂຈຸດອຸດຕັນ, ຕ້ອງລະດົມບັນດາແຫຼ່ງກຳລັງເພື່ອລົງທຶນໂຄງປະກອບໂຄງລ່າງຮັບໃຊ້ລວມໃຫ້ແກ່ບັນດາຂະແໜງການ, ກໍຄືຂະແໜງທ່ອງທ່ຽວ; ຍູ້ແຮງການສ້າງໂຄງປະກອບໂຄງລ່າງຫັນເປັນດີຈີຕອນ, ການລົງທຶນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຄະນະຊີ້ນຳຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເຮັດແນວໃດເພື່ອຊຸກຍູ້ຂະແໜງເສດຖະກິດສັງລວມຂອງການທ່ອງທ່ຽວພັດທະນາ.”

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top