• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ Tan Chuan Jin

ທ່ານ Tan Chuan Jin ໄດ້ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ SEA Games 31 ຂອງ ປະເທດເຈົ້າພາບ ພ້ອມທັງຖືວ່າ, ນອກຈາກການຮ່ວມມື ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ການຈັດຕັ້ງ SEA Games 31 ໄດ້ຊຸກຍູ້ການພົວພັນແລກປ່ຽນປະຊາຊົນອີກດ້ວຍ.

ທ່ານ Tan Chuan Jin ໄດ້ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ SEA Games 31 ຂອງ ປະເທດເຈົ້າພາບ ພ້ອມທັງຖືວ່າ, ນອກຈາກການຮ່ວມມື ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ການຈັດຕັ້ງ SEA Games 31 ໄດ້ຊຸກຍູ້ການພົວພັນແລກປ່ຽນປະຊາຊົນອີກດ້ວຍ.

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan Jin (ພາບ: TTXVN)

ໃນການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan Jin ເຊິ່ງດຳເນີນໃນຕອນບ່າຍ 19 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ການມີໜ້າຂອງທ່ານປະທານສະພາແຫ່ງຊາດ Tan Chuan Jin ຢູ່ SEA Games 31 ແມ່ນການສົ່ງເສີມອັນໃຫຍ່ຫຼວງຕໍ່ປະເທດເຈົ້າພາບ ຫວຽດນາມ ແລະ ເປັນການໃຫ້ກຳລັງໃຈຢ່າງແຮງຕໍ່ຄະນະນັກກິລາ ສິງກະໂປ, ປະກອບສ່ວນສຳຄັນເຂົ້າຜົນສຳເລັດລວມຂອງ SEA Games 31.

ຕີລາຄາ ການເຕີບໂຕດ້ານການຄ້າ ລະຫວ່າງສອງປະເທດ ມີຄວາມຕັ້ງໜ້າທີ່ສຸດ, ມີຫຼາຍໂຄງການເສດຖະກິດຂອງ ສິງກະໂປໄດ້ມາລົງທຶນຢູ່ ຫວຽດນາມ, ທ່ານປະທານປະເທດ ຖືວ່າ ລະບົບເຂດອຸດສາຫະກຳ VSIP ໄດ້ຮັບຖືວ່າແມ່ນສັນຍາລັກໃຫ້ການຮ່ວມມືເສດຖະກິດ ຂອງ ຫວຽດນາມ ແລະ ສິງກະໂປ, ທ່ານປະທານປະເທດ ຫວັງວ່າ ນັບມື້ນັບມີຫຼາຍໂຄງການລົງທຶນກ່ວາອີກ ຂອງ ສິງກະໂປເຂົ້າມາ ຫວຽດນາມ ປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດໃຫ້ຫຼາຍກ່ວາ.

ສ່ວນທ່ານ Tan Chuan Jin ໄດ້ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ SEA Games 31 ຂອງ ປະເທດເຈົ້າພາບ ພ້ອມທັງຖືວ່າ, ນອກຈາກການຮ່ວມມື ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ການຈັດຕັ້ງ SEA Games 31 ໄດ້ຊຸກຍູ້ການພົວພັນແລກປ່ຽນປະຊາຊົນອີກດ້ວຍ.

ແຈ້ງໃຫ້ ປະທານປະເທດ ຮັບຊາບກ່ຽວກັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານປະທານສະພາແຫ່ງຊາດ ສິງກະໂປໃຫ້ຮູ້ວ່າ ບົດບັດທຶກຊ່ວຍຈຳຈະປະກອບສ່ວນຮັດແໜ້ນການພົວພັນຮ່ວມມື ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top