• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກ​ອອກ 3 ໜ້າ​ທີ່​ຈຸດ​ສຸມ, ບຸກ​ທະ​ລຸ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່​ແທດ​ຈິງ​ຂອງ​ປະ​ຊ​າ​ຊົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງກ່ຽວກັບເລື່ອງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ລັດຖະບານ ໄດ້ເປັນເຈົ້າການສົມທົບກັນແກ້ໄຂ ບັນຫາຈຳເປັນດັ່ງກ່າວ ກ່ຽວກັບວຽກເຮັດງານທຳ, ລາຍຮັບ, ເຮືອນຢູ່, ພື້ນຖານໂຄງລ່າງດ້ານວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ ແລະ ຊີວິດການເປັນຢູ່ຂອງກຳມະກອນ ຊາວຜູ້ອອກແຮງງານ
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn)  

ຕອນເຊົ້າວັນທີ 1 ກຸມພາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຕີລາຄາໝາກຜົນການປະຕິບັດ ກົດລະບຽບ ກ່ຽວກັບການພົວພັນວຽກງານລະຫວ່າງລັດຖະບານ ແລະ ສະຫະພັນໃຫຍ່ແຮງງານຫວຽດນາມ, ວາງອອກໜ້າທີ່ສົມທົບວຽກງານປີ 2023 ແລະ ໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງກ່ຽວກັບເລື່ອງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ລັດຖະບານ ໄດ້ເປັນເຈົ້າການສົມທົບກັນແກ້ໄຂ ບັນຫາຈຳເປັນດັ່ງກ່າວ ກ່ຽວກັບວຽກເຮັດງານທຳ, ລາຍຮັບ, ເຮືອນຢູ່, ພື້ນຖານໂຄງລ່າງດ້ານວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ ແລະ ຊີວິດການເປັນຢູ່ຂອງກຳມະກອນ ຊາວຜູ້ອອກແຮງງານ; ປັບປຸງກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານໃຫ້ສົມບູນແບບ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສຸມກຳລັງ, ໃຫ້ບຸລິມະສິດ 3 ໜ້າທີ່ຈຸດສຸມ, ບຸກທະລຸ ລວມມີ: ທີໜຶ່ງແມ່ນເພີ່ມທະວີການສ້າງວຽກເຮັດງານທຳ, ແກ້ໄຂຄວາມຫຍຸ້ງຍາກ ເມື່ອຕະຫຼາດຖືກຮັດແຄບເຂົ້າ, ໃບສັ່ງຊື້ສິນຄ້າຖືກຫຼຸດລົງຍ້ອນຜົນກະທົບຈາກພາຍນອກ. ທີສອງ ແມ່ນສຸມໃສ່ແກ້ໄຂບັນຫາເຮືອນຢູ່ ເພື່ອປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸ ໃຫ້ແກ່ກຳມະກອນ. ທີສາມ ແມ່ນຍູ້ແຮງ ການສ້າງລະບອບລະບຽບການດ້ານວັດທະນະທຳ, ກິລາ, ສາທາລະນະສຸກ, ການສຶກສາ, ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈ ແລະ ສຸຂະພາບໃຫ້ແກ່ຜູ້ອອກແຮງງານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top