• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອ​ນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Apple Tim Cook

ຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ອາເມລິກາ) Tim Cook ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ທ່ານ Tim Cook ມາ ຫວຽດນາມ.
ບັນຍາກາດການຕ້ອນຮັບ

ຊົມເຊີຍຜູ້ອຳນວຍການຝ່າຍບໍລິຫານຂອງ Apple ມາ ຫວຽດນາມ ເປັນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງການປະກອບສ່ວນສຳຄັນຂອງ Apple ເຂົ້າໃນການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Apple ດ້ວຍບົດບາດຂອງຕົນ ຈະຊ່ວຍສະໜັບສະໜູນປະກອບສ່ວນຊຸກຍູ້ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ຮັບຮອງ ລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ແລະ ນຳ ຫວຽດນາມ ຫຼຸດພົ້ນອອກຈາກບັນຊີລາຍຊື່ບັນດາປະເທດຖືກຈຳກັດການສົ່ງອອກເຕັກໂນໂລຢີສູງຂອງ ອາເມລິກາ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ Apple ຈະເປີດກວ້າງການຮ່ວມມືລົງທຶນກັບ ຫວຽດນາມ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການຜະລິດ, ລະບົບສະໜອງ ແລະ ລະບົບມູນຄ່າຂອງ Apple ຂອງ ອາເມລິກາ ແລະ ທົ່ວໂລກ ຢ່າງເລິກເຊິ່ງກວ່າອີກ.

ສ່ວນທ່ານຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple Tim Cook ໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຊຸກຍູ້ການລົງທຶນ, ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ຄືດັ່ງຄຳສະເໜີຂອງທ່ານນາຍົກລັດຖະມົນຕີ. ທ່ານ Tim Cook ກໍໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຫັນປ່ຽນພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກວ້ລົງເປັນ 0 ໃນປີ 2050; ເຂົ້າຮ່ວມການສົ່ງອອກບັນດາຄຸນຄ່າວັດທະນະທຳ, ໂຄສະນາວັດທະນະທຳຂອງ ຫວຽດນາມ ອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top