ມີຫຼາຍຊ່ອງກະຈາຍສຽງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ນີ້ແມ່ນຜົນງານຂອງນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກຕໍ່ອາຊີບ, ຄວາມຄາດຫວັງຮັບໃຊ້ປະຊາຊົນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງ VOV)
ໃນບັນຍາກາດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍການປ່ຽນແປງໃໝ່ຂອງປະເທດຊາດ, ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ກະກຽມຕ້ອນຮັບບຸນເຕັດປີມະເມຍ 2026, ຕອນເຊົ້າວັນທີ 14 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ລະດົມກຳລັງໃຈພະນັກງານ, ພາລະກອນ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ຢູ່ສຳນັກງານຂອງ VOV, ນະຄອນຫຼວງ ຮ່າໂນ້ຍ.
ລາຍງານກັບທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ, ທາງວິທະຍຸໄດ້ກວດກາທຸກສະຖານນີອອກອາກາດເພື່ອໃຫ້ກ່ອນ, ໃນ ແລະ ຫຼັງຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ຮັບປະກັນໃຫ້ຄື້ນວິທະຍຸປົກຄຸມ 100% ເຂດທະເລຕາເວັນອອກ, ໝາຍຄວາມວ່າທັງໝົດ ອ່າວ ໄທ, ເຈື່ອງຊາ, ຮ່ວາງຊາ ແລະ ເຂດອ່າວທາງພາກເໜືອ ແລະ ກະຈາຍສຽງດ້ວຍພາສາຕ່າງປະເທດ12 ພາສາອອກສູ່ໂລກ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ)
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມເຫັນວ່າ:
“ອາດເວົ້າໄດ້ວ່າ, 80 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໄປພ້ອມກັບຊາຕະກຳຂອງຊາດ. ປະຈຸບັນ, ຄື້ນຂອງວິທະຍຸໄດ້ປົກຄຸມຢູ່ທົ່ວທຸກແຫ່ງຂອງປະເທດຊາດ, ອອກໄປຮອດເຂດທະເລຕາເວັນອອກ. ສຽງເວົ້າຂອງ ຫວຽດນາມ ບໍ່ພຽງແຕ່ຢູ່ ຫວຽດນາມ. ມີຫຼາຍຊ່ອງກະຈາຍສຽງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ນີ້ແມ່ນຜົນງານຂອງນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກຕໍ່ອາຊີບ, ຄວາມຄາດຫວັງຮັບໃຊ້ປະຊາຊົນ”.
ເມື່ອເນັ້ນໜັກເຖິງເລື່ອງປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງດ້ານຂໍ້ມູນຂ່າວສານ, ການສື່ສານເປັນຢ່າງສູງນັ້ນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:
“ຫວ່າງມໍ່ໆມານີ້, ແຜນນະໂຍບາຍ, ບັນດານະໂຍບາຍຜັນຂະຫຍາຍຂອງພັກ, ລັດ ລ້ວນແຕ່ມີການປະກອບສ່ວນຂອງວິທະຍຸກະຈາຍສຽງ ຫວຽດນາມ. ຜັນຂະຫຍາຍມະຕິໂດຍກົງເພື່ອສົ່ງເຖິງພໍ່ແມ່ປະຊາຊົນຢູ່ທຸກແຖບຖິ່ນຢ່າງທັນການ. ບັນດາສະຫາຍໄດ້ນຳໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດກະຈາຍສຽງ ແລະ ແຜ່ຈາຍບັນດາຮູບແບບຂໍ້ມູນອື່ນ. ສິ່ງນັ້ນມີຄວາມສຳຄັນທີ່ສຸດ. ໃນຊຸມມື້ຕ້ອນຮັບບຸນເຕັດນີ້, ບັນດາສະຫາຍໄດ້ກະກຽມລາຍການມ່ວນທີ່ສຸດ, ດຶງດູດໃຈທີ່ສຸດ ແລະ ທັນການທີ່ສຸດແລ້ວ”.