ກວາງນິງ ແມ່ນທ້ອງຖິ່ນມີເນື້ອທີ່ປ່າທີ່ໄດ້ຮັກສາເປັນປົກກະຕິ ແລະ ເພີ່ມຂຶ້ນໃນແຕ່ລະປີ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້
ຕອນເຊົ້າວັນທີ 07 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີມະເສັງ 2025 ພ້ອມກັບບັນດາຜູ້ແທນປູກຕົ້ນແປກ Caribe 1.100 ຕົ້ນ ຢູ່ເຂດໜອງ ອຽນຈູງ, ນະຄອນ ອວງບີ, ແຂວງ ກວາງນິງ.
ເມື່ອໂອ້ລົມກັບປະຊາຊົນນະຄອນ ອວງບີ, ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ການປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ ບໍ່ພຽງແຕ່ມີຄວາມໝາຍອາໄລຫາປະທານ ໂຮ່ຈີມິນ, ຜູ້ໄດ້ປຸກລຸກຂະບວນການບຸນເຕັດປູກຕົ້ນໄມ້ນັບແຕ່ປີ 1959 ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນ ໃນການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງ ຫວຽດນາມ ສີຂຽວ, ພັດທະນາແບບຍືນຍົງອີກດ້ວຍ.
ກວາງນິງ ແມ່ນທ້ອງຖິ່ນມີເນື້ອທີ່ປ່າທີ່ໄດ້ຮັກສາເປັນປົກກະຕິ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຄຸນນະພາບຂອງປ່າກໍ່ຄ່ອຍໆໄດ້ຮັບການຍົກສູງຂຶ້ນຕາມທິດຍືນຍົງ, ອັດຕາການປົກຄຸມຂອງປ່າໄດ້ຮັກສາໃນລະດັບເປັນປົກກະຕິ 55%.
(ແຫຼ່ງຄັດຈາກ VOV)