ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ທັງເປັນການຢືນຢັນການພົວພັນອັນດີງາມທີ່ໄດ້ສ້າງຕັ້ງ ແລະ ເສີມສ້າງໃນໄລຍະຕໍ່ສູ້ກູ້ຊາດ.
(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ)
ຕອນເຊົ້າວັນທີ 03 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດປະເທດ ສ.ອີຢິບ ຕາມຄຳເຊີນຂອງທ່ານປະທານາທິບໍດີ Abdel Fattah Al Sisi ແລະ ພັນລະຍາ, ແຕ່ວັນທີ 03 – 06 ສິງຫາ ແລະ ຢ້ຽມຢາມທາງລັດຖະກິດປະເທດສ.ອັງໂກລາ ຕາມຄຳເຊີນຂອງທ່ານປະທານາທິບໍດີ João Manuel Gonçalves Lourenço ແລະ ພັນລະຍາ, ແຕ່ວັນທີ 06 – 08 ສິງຫາ.
ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ທັງເປັນການຢືນຢັນການພົວພັນອັນດີງາມທີ່ໄດ້ສ້າງຕັ້ງ ແລະ ເສີມສ້າງໃນໄລຍະຕໍ່ສູ້ກູ້ຊາດ, ທັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ແລະ ອີຢິບ, ອັງໂກລາ ແລກກປ່ຽນບັນດາທິດທາງ, ມາດຕະການນຳການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່, ຕາມທິດແທດຈິງ, ມີປະສິດທິຜົນ, ຍືນຍົງກວ່າ. ໃນສະພາບ ຫວຽດນາມ ພວມຍູ້ແຮງ, ຍົກລະດັບການພົວພັນຫຼາຍຝ່າຍ, ການຢ້ຽມຢາມຈະປະກອບສ່ວນລະດົມການສະໜັບສະໜູນຂອງ ອີຢິບ, ອັງໂກລາ ແລະບັນດາເພື່ອນມິດ ອາຟະລິກາ ສຳລັບ ຫວຽດນາມ ໃນການເສີມຂະຫຍາຍບົດບາດຢູ່ສະຫະປະຊາຊາດ, ບັນດາເວທີປາໄສ, ອົງການຈັດຕັ້ງຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)