• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຂອງຂວັນໃຫ້ນັກຮົບ ດ້ຽນບຽນ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຫວນຄືນຊຸມວັນເດືອນປີປະຫວັດສາດຂອງ ໄຊຊະນະ ດ້ຽນບຽນຝູ, ພ້ອມທັງຢັ້ງຢືນໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະແຫ່ງຄວາມເປັນທຳຂອງຊາດ ຫວຽດນາມ, ຂອງຈັນຍາບັນ, ພູມປັນຍາ ແລະ ລັດທິວິລະຊົນປະຕິວັດ ຫວຽດນາມ, ຂອງມະໂທທຳ ແລະ ກຽດສັກສີຂອງມະນຸດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ມີຂອບຂະໜາດແຫ່ງຍຸກສະໄໝ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຫຼາຍປະເທດອື່ນໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

“ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ ທີ່ໄດ້ສາມັກຄີ, ຮ່ວມແຮງຮ່ວມໃຈ, ຮຽງບາຮຽບໄຫຼ່, ແບ່ງທຸກແບ່ງສຸກເພື່ອປະກອບສ່ວນສ້າງໄຊຊະນະປະຫວັດສາດດ້ຽນບຽນຝູ ແລະ ຫວຽດນາມ ກາຍເປັນດວງດາວທີ່ຮຸ່ງແຈ້ງຂອງຂະບວນການປົດປ່ອຍຊາດໃນໂລກ”. 

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືປະຕິສັງຂອນ ເຂດປ້ອມໝັ້ນ, ຂຸມຄອງ ຮິມລາມ ແລະ ພິທີຕັ້ງຊື່ໃຫ້ແກ່ຖະໜົນສາຍຕ່າງໆຂຶ້ນກັບນະຄອນ ດຽນບຽນຝູ, ແຂວງ ດ້ຽນບຽນ.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top