ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Kazan, ທີ່ນະຄອນ Kazan, ສະຫະພັນ ລັດເຊຍ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະກັບທ່ານ R.N. Minnikhanov, ຜູ້ນຳໜ້າ ສ.Tatarstan ຢູ່ນະຄອນ Kazan (ພາບ: TTXVN)
ຕອນບ່າຍວັນທີ 16 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Kazan, ທີ່ນະຄອນ Kazan, ສະຫະພັນ ລັດເຊຍ, ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ແລະ ມີບັນດາການເຄື່ອນໄຫວ 2 ຝ່າຍ ຕາມຄຳເຊີນຂອງທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ.
ທີ່ການພົບປະກັບທ່ານ R.N. Minnikhanov, ຜູ້ນຳໜ້າ ສ.Tatarstan ຢູ່ນະຄອນ Kazan, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສ.Tatarstan ຈະຊອກໄດ້ທ້ອງຖິ່ນຂອງ ຫວຽດນາມ ທີ່ເໝາະສົມເພື່ອສ້າງຕັ້ງການພົວພັນຮ່ວມມື. ທ່ານກໍ່ສົ່ງເສີມໃຫ້ບັນດາບໍລິສັດການບິນລະຫວ່າງ 2 ປະເທດ ເອົາໃຈໃສ່ພັດທະນາສາຍການບິນການຄ້າເຊື່ອມຕໍ່ Kazan ກັບ ຮ່າໂນ້ຍ ຕື່ມອີກ.
ສ່ວນທ່ານ R.N. Minnikhanov, ຜູ້ນຳໜ້າ ສ.Tatarstan ເນັ້ນໜັກວ່າ Tatarstan ມີບັນດາຂະແໜງອຸດສາຫະກຳປາຍແຫຼມ, ຄື: ຜະລິດລົດບັນທຸກ Kamaz, ທາດເຄມີ, ເຄື່ອງຕ່ຳແຜ່ນຕັດຫຍິບ… Tatarstan ປາດຖະໜາຢາກສ້າງຕັ້ງການພົວພັນກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ບໍ່ພຽງແຕ່ແນະນຳໂຄສະນາຮູບແບບການພັດທະນາເທົ່ານັ້ນ, ຫາກຍັງເຊື່ອມຕໍ່ບັນດາວິສາຫະກິດເພື່ອຊອກຫາໂອກາດຮ່ວມມືອີກດ້ວຍ.
(ແຫຼ່ງຄັດຈາກ VOV)