• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປຢ້ຽມຢາມ, ອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ ແລະ ຄົນຈັບຢູ່ບັນດາໂຮງໝໍ

ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະ ໂຮງໝໍມິດຕະພາບ ຫວຽດດຶກ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ ຢູ່ໂຮງໝໍ ແບັກມາຍ)

ຕອນເຊົ້າວັນທີ 16 ກຸມພາ (ກົງກັບວັນທີ 29 ບຸນເຕັດ), ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດບຸນເຕັດປີມະເມຍ 2026, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະ  (ແຫຼ່ງຄັດຈາກ VOV) ໂຮງໝໍມິດຕະພາບ ຫວຽດດຶກ.

        ຢູ່ໂຮງໝໍ ແບັກມາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ, ລະດົມກຳລັງໃຈບັນດາທ່ານໝໍ, ແພດໝໍທີ່ໄດ້ມານະພະຍາຍາມປິ່ນປົວໃຫ້ຄົນເຈັບ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຮງໝໍ ແບັກມາຍ ຜັນຂະຫຍາຍມະຕິເລກທີ 72 ຂອງກົມການເມືອງກ່ຽວກັບມາດຕະການແກ້ໄຂບຸກທະລຸ, ເພີ່ມທະວີການເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນຢ່າງດີ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ອວຍພອນປີໃໝ່ພະນັກງານ, ທ່ານໝໍ, ແພດໝໍ, ຄົນເຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດປີມະເມຍຢູ່ໂຮງໝໍ ມິດຕະພາບ ຫວຽດດຶກ)

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ທ່ານໝໍ, ແພດໝໍ, ຄົນເຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດປີມະເມຍຢູ່ໂຮງໝໍ ມິດຕະພາບ ຫວຽດດຶກ.

        “ທ່ານໝໍຄືຜູ້ເປັນແມ່. ຂ້າພະເຈົ້າສະເໜີ, ທິດນຳຂອງໂຮງໝໍ: ສາມັກຄີເປັນຈິດໜຶ່ງໃຈດຽວ, ພູມປັນຍາເຕົ້າໂຮມ, ຈັນຍາບັນແຜ່ກະຈາຍ, ໂຮງໝໍຍົກລະດັບ, ຂະແໜງສາທາລະນະສຸກພັດທະນາ, ໂລກລະບາດຖືກຍູ້ໃຫ້ຖ້ອຍຫຼັງ, ປະຊາຊົນໄດ້ຮັບຊົມໃຊ້ຜົນປະໂຫຍດຂອງຂະແໜງສາທາລະນະສຸກ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

Top