• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີມຕົ້ນຢ້ຽມຢາມ ລຸກຊຳບວກ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ ຫວຽດນາມ ແລະ ລຸກຊຳບວກ ພວມພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນຂົງເຂດການລົງທຶນ ແລະ ພັດທະນາ.
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ)  

ຕອນເຊົ້າວັນທີ 09 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດ Findel, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ. ໃນລາຍການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel; ໂອ້ລົມສົນທະນາກັບປະທານສະພາສູງລຸກຊຳບວກ; ໂອ້ລົມສົນທະນາກັບ ພະມະຫາກະສັດ ລຸກຊຳບວກ; ຢ້ຽມຢາມບາງຮາກຖານເສດຖະກິດ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ລຸກຊຳບວກ; ພ້ອມທັງພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລຸກຊຳບວກ.

ຕອນບ່າຍວັນດຽວກັນ, ພິທີຕ້ອງຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ໄດ້ຈັດຂຶ້ນຢ່າງເປັນທາງການ, ໂດຍທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ເປັນປະທານ.

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ນີ້ແມ່ນການຢ້ຽມຢາມ ລຸກຊຳບວກ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໃນເວລາ 10 ປີຜ່ານມາ, ໃນສະພາບການທີ່ສອງປະເທດກະກຽມການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນໂອກາດເພື່ອພ້ອມກັນນຳການພົວພັນເຂົ້າສູ່ໄລຍະພັດທະນາໃຫມ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top