• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມກ່ຽວກັບບັນດາກິດຈະກຳ, ໂຄງການລົດທາງເຫຼັກ

ການຂົນສົ່ງທາງທາງເຫຼັກສວມບົດບາດແກ່ນສານໃນແລວເສດຖະກິດເໜືອ - ໃຕ້ ແລະ ຂົນສົ່ງຜູ້ໂດຍສານຢູ່ບັນດາເຂດຕົວເມືອງໃຫຍ່.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 09 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການຈຸດສູມແຫ່ງຊາດໃນຂົງເຂດລົດທາງເຫຼັກ, ເປັນປະທານກອງປະຊຸມທາງໄກຄັ້ງທີ 3 ຂອງຄະນະຊີ້ນຳກັບ 19 ສະຖານທີ່ເຊື່ອມຕໍ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງການກຳນົດທິດພັດທະນາຄົມມະນາຄົມຂົນສົ່ງທາງທາງເຫຼັກ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050 ກຳນົດພັດທະນາຄົມມະນາຄົມຂົນສົ່ງໃຫ້ທັນສະໄໝ, ຄົບຊຸດ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢ່າງວ່ອງໄວ, ຍືນຍົງ, ຕອບສະໜອງເປົ້າໝາຍຮອດປີ 2045 ຫວຽດນາມ ແມ່ນປະເທດພັດທະນາມີລາຍຮັບສູງ. ການຂົນສົ່ງທາງທາງເຫຼັກສວມບົດບາດແກ່ນສານໃນແລວເສດຖະກິດເໜືອ - ໃຕ້ ແລະ ຂົນສົ່ງຜູ້ໂດຍສານຢູ່ບັນດາເຂດຕົວເມືອງໃຫຍ່.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top