• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມຢາມ ອາເມລິກາ ເພື່ອປັບປຸງການພົວພັນສອງປະເທດພັນທະມິດ

ວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ໄດ້ມີການຢ້ຽມຢາມ ອາເມລິກາ ໃນຮອບເວລາ 24 ຊົ່ວໂມງ ເພື່ອແນໃສ່ປັບປຸງການພົວພັນສອງປະເທດພັນທະມິດ ແລະ ສ້າງການພົວພັນສ່ວນບຸກຄົນກັບທ່ານປະທານາທິບໍດີ Donald Trump. ການນຳສອງທ່ານ ໄດ້ພ້ອມກັນຮັບປະທານອາຫານທ່ຽງ, ພົບປະເຈລະຈາ ແລະ ເຂົ້າຮ່ວມການຖະແຫລງຂ່າວ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ປາດຖະຫນາຢາກສ້າງການພົວພັນທີ່ໄວ້ເນື້ອເຊື່ອໃຈກັບປະທານາທິບໍດີ ອາເມລິກາ. (ພາບ:Reuters)

ໃນການຖະແຫລງຂ່າວຫລັງການພົບປະເຈລະຈາ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ: ສອງປະເທດ ມີນ້ຳໃຈມິດຕະພາບອັນດີງາມທີ່ສຸດ, ຄວາມສະຫນິດຕິດພັນດ້ວຍບັນດາການພົວພັນກ່ຽວກັບປະຫວັດສາດ, ການຄ້າ, ວັດທະນະທຳ ແລະ ເຄົາລົບເຊິ່ງກັນ ແລະກັນ ພ້ອມທັງຢືນຢັນການຮ່ວມມືດ້ານການທະຫານແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນ. ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ຢືນຢັນຄຳໝັ້ນສັນຍາຊຸກຍູ້ຜົນປະໂຫຍດຂອງທັງສອງປະເທດ ແລະ ຫັນສັນຕິພາບ, ວັດທະນາຖາວອນໃນພາກພື້ນໃຫ້ປະກົດຜົນເປັນຈິງຜ່ານການປັບປຸງພັນທະມິດ ອາເມລິກາ - ຍີ່ປຸ່ນ ແລະ ເພີ່ມທະວີກຳລັງຄວາມສາມາດການນາບຂູ່, ຮ່ວມມືຢ່າງແຫນ້ນແຟ້ນເພື່ອແກ້ໄຂບັນດາສິ່ງທ້າທາຍປະຈຸບັນ.

ກ່ຽວກັບສິ່ງທ້າທາຍໃນພາກພື້ນ, ອາເມລິກາ ແລະ ຍີ່ປຸ່ນ ຢືນຢັນ ຈະຮ່ວມມືເພື່ອຕ້ານຄືນບັນດາການເຄື່ອນໄຫວກໍ່ຜົນສະທ້ອນດ້ວຍເຄື່ອງມືເສດຖະກິດ, ການທະຫານຂອງຈີນ. ສິ້ນສຸດການເຈລະຈາ, ສອງຝ່າຍອອກຖະແຫລງການຮ່ວມ, ເປັນພື້ນຖານ ແລະ ການກຳນົດທິດໃຫ້ແກ່ການຮ່ວມມືເລິກເຊິ່ງກວ່າ ລະຫວ່າງອາເມລິກາ ແລະ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top