ຈາກເສັ້ນທາງຂີ້ຕົມ ແລະ ຕ້ອງຜ່ານຂົວໄມ້ໄຜ່ ຕະຫຼອດຮອດລະບົບເສັ້ນທາງເບຕົງ, ຂົວຖາວອນ ເຊື່ອມຕໍ່ລະຫວ່າງບັນດາໝູ່ບ້ານ, ໂສມໜ້າຄົມະນາຄົມຢູ່ບ້ານ ຈ໋າແກັງເບ ຕາແສງ ຖ້ວນຮວ່າ ນະຄອນ ເກິ່ນເທີ ໃນທຸກວັນນີ້ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ປະກອບສ່ວນສ້າງການຫັນປ່ຽນດັ່ງກ່າວ ກໍ່ມີທ່ານ ຫຼີດົງ ເລຂາໜ່ວຍພັກບ້ານ ຈ໋າແກັງເບ ເຊິ່ງແມ່ນພະນັກງານຂັ້ນຮາກຖານມີໄລຍະປະຕິບັດງານເປັນເວລາກວ່າ 20 ປີ ເພື່ອຂົນຂວາຍປະຊາຊົນ ແລະ ບັນດາແຫຼ່ງກຳລັງເພື່ອຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ
ເມື່ອກ່ອນນີ້ການສັນຈອນໄປມາ ເຄີຍແມ່ນຄວາມເປັນຫ່ວງຂອງຊາວບ້ານ ຈ໋າແກັງເບ ຕາແສງ ຖ້ວນຮວ່າ ນະຄອນ ເກິ່ນເທີ, ເສັ້ນທາງດິນນ້ອຍ ມື່ນໃນຍາມຝົນ ໄດ້ເຮັດໃຫ້ການໄປມາຂອງຊາວບ້ານປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຫວນຄືນຊຸມວັນຄາວນັ້ນ, ທ່ານ ກີມຕ່າຍເງິນ ຢູ່ບ້ານ ຈ໋າແກັງເບ ແບ່ງປັນວ່າ:
“ຄາວນັ້ນບໍ່ມີທາງເບຕົງ, ບໍ່ມີຂົວຕັ້ງຂ້າມແມ່ນ້ຳ. ແຕ່ລະເທື່ອຢາກອອກໄປທາງໃຫຍ່ກໍ່ຕ້ອງຜ່ານທາງຂີ້ຕົມດ້ວຍຄວາມລຳບາກທີ່ສຸດ”.
ໂດຍມີຄວາມເຂົ້າໃຈກ່ຽວກັບຄວາມລຳບາກດັ່ງກ່າວ ໃນຖານະເປັນເລຂາໜ່ວຍພັກ, ທ່ານ ຫຼີດົງ ໄດ້ລົງຮອດແຕ່ລະຄອບຄົວ ເພື່ອຂົນຂວາຍພໍ່ແມ່ພີ່ນ້ອງບໍລິຈາກດິນປະກອບເຫື່ອແຮງ ພ້ອມກັນນັ້ນກໍ່ຍາດການໜູນຊ່ວຍຂອງຜູ້ໃຈບຸນໃຈກຸສົນ ເພື່ອພ້ອມກັບລັດກໍ່ສ້າງຂົວທາງ. ທ່ານ ຫຼີດົງ ໃຫ້ຮູ້ວ່າ:
“ເມື່ອກ່ອນນີ້ ວຽກເຮັດງານທຳຂອງພໍ່ແມ່ປະຊາຊົນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນການໄປມາຍັງປະສົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນການປູກຝັງລ້ຽງສັດກໍ່ຍັງບໍ່ທັນມີບົດຮຽນປະສົບການ. ຈາກນັ້ນຂ້າພະເຈົ້າໄດ້ໂຮມປະຊຸມກັບຊາວບ້ານຂົນຂວາຍພໍ່ແມ່ພີ່ນ້ອງຮ່ວມແຮງຮ່ວມໃຈກໍ່ສ້າງຂົວທາງ ເພື່ອໃຫ້ການໄປມາໄດ້ຢ່າງສະດວກສະບາຍ”.
ຍ້ອນການປະກອບສ່ວນຂອງທ່ານ ຫຼີດົງ, ບັນດາເສັ້ນທາງ, ຂົວຊົນນະບົດໃນບໍລິເວນບ້ານ ໄດ້ຖືກກໍ່ສ້າງຂຶ້ນ. ເຖິງວ່າມີເສັ້ນທາງກວ້າງປະມານໜຶ່ງແມັດເທົ່ານັ້ນ ແຕ່ກໍ່ສາມາດຊ່ວຍໃຫ້ປະຊາຊົນຢູ່ເຂດຫ່າງໃກສອກຫຼີກໄປມາໄດ້ຢ່າງສະດວກສະບາຍກວ່າເກົ່າ. ຊາວບ້ານ ຈ໋າແກັງເບ ກໍ່ພາກພູມໃຈ ແບ່ງປັນວ່າ:
“ປັດຈຸບັນ, ສາມາດໄປຕະຫຼາດດ້ວຍລົດໄດ້ແລ້ວ. ເມື່ອກ່ອນນີ້ຕ້ອງຍ່າງບົນທາງດິນໄກທີ່ສຸດ ປັດຈຸບັນການໄປມາມີຄວາມສະດວກສະບາຍຫຼາຍຢ່າງ”.
“ພວກຫຼານນັກຮຽນໄປໂຮງຮຽນກໍ່ສະດວກສະບາຍ ແລະ ມີຄວາມອຸ່ນອ່ຽນໃຈທີ່ສຸດ. ເມື່ອລົງນາກໍ່ແລ່ນດ້ວຍລົດຈັກຂົນສົ່ງຝຸ່ນ ຢາ ແນວພັນປູກກໍ່ສະດວກທີ່ສຸດ”.
ທ່ານ ຫຼີດົງ ເລຂາໜ່ວຍພັກບ້ານ ຈ໋າແກັງເບ
ຈາກຂົວແຫ່ງທຳອິດໄດ້ຖືກກໍ່ສ້າງເມື່ອປີ 2010 ດ້ວຍເງິນລົງທຶນ 60 ລ້ານກວ່າດົ່ງ ຈາກແຫຼ່ງທຶນໜູນຊ່ວຍ ຂອງບັນດາຜູ້ໃຈບຸນໃຈກຸສົນ ແລະ ເຫື່ອແຮງຂອງປະຊາຊົນ ມາຮອດປັດຈຸບັນບ້ານ ຈ໋າແກັງເບ ໄດ້ມີຂົວໃຫຍ່ນ້ອຍປະມານ 20 ແຫ່ງ ແລະ ມີ 5 ເສັ້ນທາງລຽບຕາມຄອງເໝືອງ. ທັງໝົດເຫຼົ່ານີ້ ໂດຍແມ່ນໜ່ວຍພັກບ້ານ ໂດຍທ່ານ ຫຼີດົງ ນຳໜ້າ ໄດ້ຂົນຂວາຍເງິນລົງທຶນວັດຖຸ ແລະ ຈັດຕັ້ງບຸກລະດົມເຫື່ອແຮງປະກອບສ່ວນຂອງປະຊາຊົນເພື່ອກໍ່ສ້າງ ຍ້ອນແນວນັ້ນ ການເຊື່ອມຕໍ່ໄປມາແລກປ່ຽນຄ້າຂາຍໃນບໍລິເວນນັບມື້ນັບສະດວກສະບາຍ. ບໍ່ພຽງແຕ່ມີຄວາມເປັນຫ່ວງຕໍ່ກາານກໍ່ສ້າງຂົວທາງເທົ່ານັ້ນ ທ່ານ ຫຼີດົງ ເລຂາໜ່ວຍພັກບ້ານຍັງສຸມຈິດສຸມໃຈເບິ່ງແຍງບັນດາຄອບຄົວທຸກຍາກ ຄອບຄົວປະສົບຄວາມຫຍຸ້ງຍາກໃນບໍລິເວນ. ສຳລັບທ່ານແລ້ວ ເມື່ອປະຊາຊົນມີບ່ອນຢູ່ປົກກະຕິຈຶ່ງມີຄວາມອຸ່ນອ່ຽນໃຈອອກແຮງງານ ບືນຕົວຂຶ້ນໃນການດຳລົງຊີວິດ. ນາງ ແທັກທິລິງດາ ເປີດເຜີຍວ່າ:
“ຂ້າພະເຈົ້າດີໃຈທີ່ສຸດ. ເມື່ອເຫັນວັດສະດຸກໍ່ສ້າງຖືກຂົນສົ່ງມາຂ້າພະເຈົ້າດີໃຈ ຈົນເຖິງນ້ຳຕາຕົກ. ຄອບຄົວຂ້າພະເຈົ້າຈະພະຍາຍາມທຳມາຫາກິນ ເພື່ອບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມອຶດຫິວທຸກຍາກ”.
ສ່ວນນາງ ເຈິ່ນທຸ໋ຍຈຸກແທັງ ຮອງເລຂາຜູ້ປະຈຳການຄະນະພັກຕາແສງ ຖ້ວນຮວ່າ ນະຄອນ ເກິ່ນເທີ ຖືວ່າ:
“ທ່ານ ຫຼີດົງ ກໍ່ມີຫຼາຍວິທີປະຕິບັດຢ່າງເປັນເຈົ້າການ ມີຫົວຄິດປະດິດສ້າງໃນວຽກງານຂົນຂວາຍຫັນວຽກງານເປັນຂອງສັງຄົມ ເປັນຕົ້ນແມ່ນຂົນຂວາຍກໍ່ສ້າງໂຄງປະກອບໂຄງລ່າງຊົນນະບົນ. ທ່ານ ດົງ ໄດ້ຂົນຂວາຍກໍ່ສ້າງຂົວທາງປະກອບສ່ວນເຊື່ອມຕໍ່ທາງຄົມມະນາຄົມ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ”.
ດ້ວຍຄວາມຜູກພັນກັບວຽກງານຢູ່ຂັ້ນຫາກຖານເປັນເວລາກວ່າ 20 ປີ, ຄວາມສຸດຈິດສຸດໃຈໃກ້ຊິດຕິດແທດກັບປະຊາຊົນຂອງທ່ານ ຫຼີດົງ ໄດ້ປະກອບສ່ວນຊ່ວຍບ້ານ ຈ໋າແກັງເບ ໃນວັນນີ້ພວມປ່ຽນແປງໃນແຕ່ລະວັນ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ.