ຢູ່ທ່າມກາງດິນແດນ ທ່ີແຫ້ງແລ້ງ ຂອງ ແຂວງ ນິງຖ້ວນ, ທົ່ງລ້ຽງ ແກະ ອານຮ່ວາ ໄດ້ກາຍເປັນຈຸດພົ້ນເດັ່ນ ກ່ຽວກັບການພັດທະນາເສດຖະກິດ ກະສິກຳແບບຍືນຍົງ, ທັງເປັນສະຖານທີ່ທ່ອງທ່ຽວ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ຕັ້ງຢູ່ຕາແສງ ອານຮ່ວາ, ເມືອງ ນິງເຟືອກ, ແຂວງ ນິງຖ້ວນ, ທົ່ງລ້ຽງແກະ ອານຮ່ວາ ແມ່ນເຕັມໄປ ດ້ວຍທົ່ງຫຍ້າ ຂຽວອຸ່ມທຸ່ມຕະຫຼອດປີ ເຖິງວ່າ ພື້ນທ່ີແຫ່ງນີ້ ຈະມີສະພາບອາກາດ ທີ່ໂຫດ ຮ້າຍ ກໍ່ຕາມ. ພາຍໃຕ້ແສງແດດສີເຫຼືອງສົດໃສ ຂອງ ດິນແດນ ທີ່ຖືວ່າ ເປັນ “ທະເລຊາຍນ້ອຍ”, ຝູງແກະ ກຳລັງເລັມກິນ ຫຍ້າ ຢ່າງບໍ່ຟ້າວຟັ່ງ ຊຶ່ງສ້າງເປັນພາບງຽບສະຫງົບ ທີ່ຫາຍາກ.
ຈາກດິນແດນ ທີ່ຮົກເຮື້ອໃນເມື່ອກ່ອນ, ທົ່ງລ້ຽງແກະ ອານຮ່ວາໄດ້ຮັບການປ່ຽນແປງ ໃຫ້ກາຍເປັນທົ່ງຫຍ້າຂຽວອຸ່ມທຸ່ມ ໂດຍຊາວລ້ຽງສັດທ້ອງຖິ່ນ. ການປູກຫຍ້າ ທີ່ເໝາະສົມກັບ ລັກສະນະ ຂອງ ດິນ ແລະ ພູມອາກາດ ບໍ່ພຽງແຕ່ສ້າງ ແຫຼ່ງອາຫານ ທີ່ອຸດົມສົມບູນ ໃຫ້ແກ່ ຝູງແກະ ເທົ່ານັ້ນ, ແຕ່ຍັງປະກອບສ່ວນປັບປຸງ ສະພາບແວດລ້ອມ ແລະ ສະກັດກັ້ນ ການເຊາະເຈື່ອນ ຂອງດິນ ອີກດ້ວຍ.
ຝູງແກະ ຢູ່ທີ່ນີ້ ຖືກລ້ຽງແບບທຳມະຊາດ, ສ້າງຮູບພາບທີ່ສວຍງາມ ດ້ວຍຝູງແກະສີຂາວ ທີ່ພົ້ນເດັ່ນ ຢູ່ຕາມທົ່ງຫຍ້າຂຽວ ແລະ ທ້ອງຟ້າທີ່ແຈ່ມໃສ. ທິວທັດດັ່ງກ່າວໄດ້ດຶງດູດນັກຖ່າຍຮູບ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍທີ່ມາຢ້ຽມຢາມ ແລະ ຖ່າຍຮູບ, ເຮັດໃຫ້ທົ່ງລ້ຽງແກະ ອານຮ່ວາ ກາຍເປັນ “ຈຸດພິກັດ ເຊັກອິນ” ທີ່ມີຊື່ສຽງ ຂອງ ແຂວງ ນິງຖ້ວນ.
ບໍ່ພຽງແຕ່ ແມ່ນສະຖານທີ່ທ່ອງທ່ຽວເທົ່ານັ້ນ, ທົ່ງລ້ຽງແກະ ອານຮ່ວາ ຍັງເປີດໃຫ້ບໍລິການ ຜ່ານປະສົບການຕົວຈິງຕ່າງໆ ແກ່ນັກທ່ອງທ່ຽວເຊັ່ນ: ໃຫ້ອາຫານແກະ, ຖ່າຍຮູບກັບຝູງແກະ, ຊອກຮູ້ ກ່ຽວກັບອາຊີບລ້ຽງແກະ ແລະ ຜະລິດຕະພັນ ຈາກ ແກະ. ນັກທ່ອງທ່ຽວ ຍັງສາມາດໄດ້ຮັບປະທານອາຫານພິເສດ ທີ່ເຮັດຈາກ ຊີ້ນແກະ ຕາມສູດພື້ນເມືອງ ຂອງ ຊາວທ້ອງຖິ່ນ.
ໃນຊ່ວງເວລາ ສູງສຸດ, ທົ່ງລ້ຽງແກະ ອານຮ່ວາ ໄດ້ດຶງດູດນັກທ່ອງທ່ຽວ ນັບຮ້ອຍຄົນໃນແຕ່ລະມື້. ນັກທ່ອງທ່ຽວ ຫຼາຍຄົນກ່າວວ່າ ເຂົາເຈົ້າຕິດໃຈ ກັບທັດສະນີຍະພາບ ທີ່ມີຄວາມສວຍງາມ ແບບດັ້ງເດີມ ແລະ ສະຫງົບສຸກ ຊຶ່ງເບິ່ງຄ້າຍຄືວ່າ ມີພຽງແຕ່ ຢູ່ ໃນທົ່ງຫຍ້າ ເອີຣົບ.
ການພັດທະນາ ທົ່ງລ້ຽງແກະ ອານຮ່ວາ ບໍ່ພຽງແຕ່ ປະກອບສ່ວນ ຊຸກຍູ້ການທ່ອງທ່ຽວ ຂອງ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງສ້າງວຽກເຮັດງານທຳ ໃຫ້ຄົນງານທ້ອງຖິ່ນ ເປັນຈໍານວນ ຫຼາຍ ອີກດ້ວຍ. ຈາກການລ້ຽງສັດ, ປຸງແຕ່ງຜະລິດຕະພັນຈາກແກະ ເພື່ອຮັບໃຊ້ການທ່ອງທ່ຽວ, ຊາວທ້ອງຖິ່ນ ໄດ້ມີໂອກາດວຽກເຮັດງານທຳ ເພີ່ມຕື່ມ ແລະ ປັບປຸງລາຍຮັບ.
ດ້ວຍບັນດາຜົນສຳເລັດທີ່ບັນລຸໄດ້, ທົ່ງລ້ຽງແກະ ອານຮ່ວາ ພວມສືບ ຕໍ່ພັດທະນາຕາມທິດທ່ອງທ່ຽວ ແບບຍືນຍົງ, ປະກອບສ່ວນເຮັດໃຫ້ ນິງຖ້ວນ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ໃນແຜນທີ່ທ່ອງທ່ຽວ ຫວຽດນາມ.