ຄະນະຈັດຕັ້ງໄດ້ຜັນຂະຫຍາຍການວາງສະແດງຕອນກາງເວັນ ແລະ ກາງຄືນໃນເຂດດຽວຢູ່ຖະໜົນຍ່າງ ຫງວຽນເຫ້ວ, ສົມທົບຢ່າງກົມກຽວລະຫວ່າງສິລະປະທີ່ເປັນມູນເຊື້ອ ແລະ ເຕັກໂນໂລຊີທັນສະໄໝ.
ຕອນຄ່ຳວັນທີ 15 ກຸມພາ (ກົງກັບວັນທີ 28 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຖະໜົນດອກໄມ້ ຫງວຽນເຫ້ວ ໄດ້ໄຂຂຶ້ນຢ່າງເປັນທາງການ, ດຶງດູດປະຊາຊົນ
ແລະ ແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ. ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງການເຕົ້າໂຮມ - ບືນຕົວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ”, ຖະໜົນດອກໄມ້ ຫງວຽນເຫ້ວ ປີນີ້ໄດ້ເປີດກວ້າງພື້ນທີ່ເຂດວາງສະແດງ, ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ມີສານສາມັກຄີ, ພັດທະນາຂອງນະຄອນ ໂຮ່ຈີມິນ.
ຄະນະຈັດຕັ້ງໄດ້ຜັນຂະຫຍາຍການວາງສະແດງຕອນກາງເວັນ ແລະ ກາງຄືນໃນເຂດດຽວຢູ່ຖະໜົນຍ່າງ ຫງວຽນເຫ້ວ, ສົມທົບຢ່າງກົມກຽວລະຫວ່າງສິລະປະທີ່ເປັນມູນເຊື້ອ ແລະ ເຕັກໂນໂລຊີທັນສະໄໝ. ນີ້ແມ່ນບາດກ້າວເດີນທີ່ປະດິດຄິດສ້າງ, ສະແດງໃຫ້ເຫັນຈິດໃຈການປ່ຽນແປງໃໝ່, ກ້າຄິດ - ກ້າທຳ - ກ້ານຳໜ້າຂອງນະຄອນ ໂຮ່ຈີມິນ.
ອ້າຍ ວັນທ້ວນ, ໃຫ້ຮູ້ວ່າ ປີໃດອ້າຍກໍ່ໄປຢ້ຽມຢາມຖະໜົນດອກໄມ້ ຫງວຽນເຫ້ວ ແລະ ຖືນີ້ແມ່ນສະຖານທີ່ທີ່ພາດບໍ່ໄດ້.
“ໃນຖະໜົນດອກໄມ້ ຫງວຽນເຫ້ວ ມີສັດມົງຄຸນໂຕມ້າຫຼາຍ, ແຕ່ຂ້າພະເຈົ້າມີຄວາມປະທັບໃຈສັດມົງຄຸນຢູ່ປະຕູໂຂງໃຈກາງ ແລະ ປະຕູໂຂງໃກ້ກັບທ່າເຮືອ ແບັກດັ່ງ ເປັນທີ່ສຸດ. ຂ້າພະເຈົ້າຫວັງວ່າ ບໍ່ພຽງແຕ່ປະຊາຊົນນະຄອນ ໂຮ່ຈີມິນ ຫາກນັບທັງແຂກທ່ອງທ່ຽວສາກົນກໍ່ຈະມີຄວາມປະທັບໃຈ, ຖ່າຍຮູບບັນທຶກຈຸດທີ່ສ້າງຄວາມປະທັບໃຈຢູ່ທີ່ນີ້ໄວ້”.
ແລະກໍ່ໃນວັນດຽວກັນ, ງານບຸນຖະໜົນປື້ມບຸນເຕັດປີມະເມຍ 2026 ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງການເຕົ້າໂຮມ - ບືນຕົວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ” ກໍ່ໄດ້ໄຂຂຶ້ນ. ນີ້ແມ່ນຈຸດນັດພົບດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ເພື່ອໂຄສະນາ ແລະ ແຜ່ກະຈາຍວັດທະນະທຳການອ່ານຢູ່ນະຄອນ ໂຮ່ຈີມິນ.
ທີ່ງານບຸນໄດ້ຈັດດ້ວຍບັນດາເຄື່ອນໄຫວພົບປະແລກປ່ຽນທີ່ຟົດຟື້ນ, ນັກປະພັນແຈກລາຍເຊັນ, ການຂຽນຕົວໜັງສື ຫວຽດ ເດີມ. ງານບຸນນີ້ໄດ້ຈັດຂຶ້ນແຕ່ວັນທີ 15 – 22 ກຸມພາ (ແຕ່ວັນທີ 28 ເດືອນ 12 ຮອດວັນທີ 06 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ).
(ແຫຼ່ງຄັດຈາກ VOV)